ໂຄວິດ-19 ວັນນີ້ ເພີ່ມອີກ 15 ກໍລະນີໃນ ສປປ ລາວ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈໍາວັນທີ 15 ມິຖຸນາ 2021 ວ່າ:

    ວັນທີ 14 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ ເປັນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ສ່ວນສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ ມາຮອດປັດຈຸບັນ ສປປ ລາວ ຕິດເຊື້ອສະສົມທັງໝົດ 2.025 ກໍລະນີ ເສຍຊີວິດ 3 ກໍລະນີ ປິ່ນປົວຫາຍດີສະສົມ 1.905 ກໍລະນີ ແລະ ກຳລັງປິ່ນປົວ 117 ກໍລະນີ.

    ເຂດສ່ຽງ/ສະຖານທີທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

  • 7 ຫຼື ວັນທີ 8 ມິຖຸນາ 2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູວຽງ ໃກ້ Vientiane Centre
  • 8-9 ມິຖຸນາ ໄປຊື້ເຄື່ອງຢູ່ Viewmall
  • 10 ມິຖຸນາ 2021 ໄປບ້ານໝູ່ຢູ່ສະພັງໝໍ້
  • 11 ມິຖຸນາ ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄໍາ ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ ໄປກິນເຂົ້າປຸ້ນແຈ່ວຂີງ ຢູ່ທ່າເດື່ອ ຮ້ານຢູ່ແຄມຂອງ
  • 12 ມິຖຸນາ ໄປບ້ານໜອງບົວທອງ ເມືອງສີໂຄດຕະບອງ
  • 14 ມິຖຸນາ ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ ແລະ ໄປກວດພະຍາດຢູ່ຫຼັກໄຊຄລີນິກ.

    ປັດຈຸບັນ ຈໍານວນບ້ານແດງ ໃນນະຄອນຫຼວງວຽງຈັນແມ່ນມີ 17 ບ້ານ ໃນ 07 ເມືອງ ແລະ ບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງໃນວັນທີ 15 ມີຖຸນາ 2021 ມີ 1 ບ້ານຄື: ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ.

# ຂ່າວ & ພາບ:  ຂັນທະວີ

error: Content is protected !!