ຈະສືບຕໍ່ບົວລະບັດຮັກສາຄູປ້ອງກັນນໍ້າຖ້ວມທີ່ກໍ່ສ້າງສໍາເລັດແລ້ວ

    ເພື່ອຮັບປະກັນການປ້ອງກັນນໍ້າຖ້ວມໃນລະດູຝົນ ເຊິ່ງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ກປ ນວ) ຈະສືບຕໍ່ບົວລະບັດຮັກສາຄູປ້ອງກັນນໍ້າຖ້ວມທີ່ກໍ່ສ້າງສໍາເລັດແລ້ວ ທີ່ມີຄວາມຍາວ 84,5 ກິໂລແມັດ ໃຫ້ຢູ່ໃນສະພາບດີ ມີ 2 ຈຸດຄື ຈຸດທີ1 ແຕ່ບ້ານໂນນຊາຍ-ບ້ານໄຮ່ ເມືອງປາກງື່ມ ມີຄວາມຍາວ 10,7 ກິໂລແມັດ ຮັບປະກັນລະດັບນໍ້າຖ້ວມໄດ້ 14.00 ແມັດ ທຽບໃສ່ລະດັບນໍ້າຂອງໄດ້ 162,50 ແມັດ ທຽບໃສ່ລະດັບນໍ້າທະເລ ແລະ ຮັບປະກັນນໍ້າຖ້ວມໃນເນື້ອທີ່ໄດ້ 1.200 ເຮັກຕາ ແລະ ຈຸດທີ 2 ແຕ່ບ້ານໂພນມ່ວງ ເມືອງນາຊາຍທອງ ຫາ ບ້ານເວີນຄໍາ ເມືອງໄຊທານີ ມີຄວາມຍາວ 15,4 ກິໂລແມັດ ສາມາດກໍ່ສ້າງໄດ້ 57% ແລະ ຮັບປະກັນນໍ້າຖ້ວມໃນເນື້ອທີ່ໄດ້ 300 ເຮັກຕາ ຄາດວ່າຈະໃຫ້ສຳເລັດຕາມສັນຍາ.

    ຕາມການລາຍງານຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກ ກປ ນວ ໃຫ້ຮູ້ບໍ່ດົນມານີ້ວ່າ ວຽກງານປະຕູນໍ້າ ສືບຕໍ່ປົກປັກຮັກສາຈຸດທີ່ຮັບປະກັນແລ້ວບໍ່ໃຫ້ເປ່ເພ ແລະ ຢູ່ໃນສະພາບໃຊ້ງານໄດ້ ເຂດເລາະນໍ້າຂອງຈໍານວນ 17 ຈຸດ ແລະ ເຂດເລາະນໍ້າງື່ມ ຈໍານວນ 6 ຈຸດ ປ່ຽນຖ່າຍປະຕູນໍ້າຫ້ວຍອີໂຍດມູນຄ່າ 885 ລ້ານກີບ ສ້ອມແປງລະບົບໄຟຟ້າປະຕູນໍ້າຫ້ວຍເດື່ອມູນຄ່າ 27,5 ລ້ານກີບ ສ້ອມແປງບານປະຕູນໍ້າຫ້ວຍໝາກຮຽວ ມູນຄ່າ 4,08 ລ້ານກີບ ຊຸກຍູ້ໃຫ້ບໍລິສັດຮັບເໝົາກໍ່ສ້າງປະຕູນໍ້າໃຫ້ສໍາເລັດຕາມແຜນການ.

    ວຽກງານຈັກສູບນໍ້າ ສືບຕໍ່ປົກປັກຮັກສາຈັກສູບນໍ້າທີ່ມີແລ້ວໃຫ້ຢູ່ໃນສະພາບໃຊ້ງານໄດ້ ຊຸກຍູ້ໃຫ້ບໍລິສັດຮັບເໝົາກໍ່ສ້າງປະຕູນໍ້າໃຫ້ສໍາເລັດຕາມແຜນການ ສະເໜີຊື້ຈັກສູບນໍ້າເຄື່ອນທີ່ຂະໜາດ 65 ແຮງມ້າ ເພີ່ມອີກ 6 ຊຸດ ມູນຄ່າ 3,43 ຕື້ກີບ ພ້ອມກັນນັ້ນ ກໍໄດ້ກະກຽມສ້າງຂະບວນການອະນາໄມຜັກຕົບອອກຈາກຄອງລະບາຍນໍ້າຫ້ວຍເດື່ອ-ຫ້ວຍໝາກຮຽວ ອະນາໄມເສດໄມ້ ແລະ ກ້ອນຫີນອອກຈາກປະຕູນໍ້າ.

    ສຳລັບປີ 2021 ນີ້ ຍັງມີຄວາມຕ້ອງການງົບປະມານເພື່ອແກ້ໄຂສຸກເສີນສະເພາະ ເປັນຕົ້ນແມ່ນສ້ອມແປງລະບົບໄຟຟ້າປະຕູນໍ້າຫ້ວຍເດື່ອ 27,5 ລ້ານກີບ ກວດກາ ອະນາໄມ ບໍາລຸງຮັກສາ ແລະ ສ້ອມແປງປະຕູນໍ້າ 23,04 ລ້ານກີບ ອະນາໄມຜັກຕົບ ແລະ ມ້າງຄູ 236,3 ລ້ານກີບ ຄ່າກະແສໄຟຟ້າ ຄ່າກວດກາ ຄ່າບໍາລຸງຮັກສາຈັກສູບລະບາຍ 250 ລ້ານກີບ ນ້ຳມັນເຊື້ອໄຟ (ໃສ່ຈັກສູບນ້ຳເຄື່ອນທີ່ ແລະ ລົດຕິດຕາມ 34,4 ລ້ານກີບ ຊາຍ 2.500 ແມັດກ້ອນ 250 ລ້ານກີບ ກະສອບຊາຍ 60.500 ຖົງ 181,5 ລ້ານກີບ ຊ້ວນ 70 ດວງ 3,5 ລ້ານ ອາຫານ-ນໍ້າດື່ມ ສໍາລັບປະຊາຊົນ+ທະຫານ 5.000 ຄົນ 150 ລ້ານກີບ ອັດຕາກິນ ແລະ ບໍລິຫານ ລົງຕິດຕາມຊຸກຍູ້ 39 ລ້ານກີບ ສ້ອມແປງຈັກສູບນໍ້າ 10 ສະຖານີ ມູນຄ່າ 1.230 ລ້ານກີບ ມີດຕັດ 33 ອັນ 0,66 ລ້ານກີບ ມູນຄ່າທັງໝົດ 2.426 ລ້ານກີບ.

​                           # ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!