ແຜນງານບີຄວາ ໃຫ້ການສະໜັບສະໜູນໂຄສະນາສັກຢາປ້ອງກັນພະຍາດໂຄວິດ-19

    ການສັກຢາປ້ອງກັນ ແມ່ນມີຄວາມສໍາຄັນທີ່ສຸດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງປ້ອງກັນຕົວຂອງທ່ານເອງ ແລະ ຄົນອື່ນໆ ໃນໄລຍະການແຜ່ລະບາດຂອງພະຍາດດັ່ງກ່າວ.

    ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ໃຫ້ການສະໜັບສະໜູນແຜນງານການໂຄສະນາ ສັກຢາປ້ອງການພະຍາດໂຄວິດ-19 ຂອງກະຊວງສຶກສາທິການ ແລະ ກີລາ ໂດຍສະໜອງຜ້າປິດປາກ-ປິດດັງ ແລະ ນໍ້າຢາລ້າງມື ໃນລະຫວ່າງແຜນງານໂຄສະນາດັ່ງກ່າວ ໄດ້ມີພະນັກງານຂອງກະຊວງສຶກສາທິການ ແລະ ກີລາ ເຂົ້າຮັບການສັກຢາປ້ອງກັນຫຼາຍຮ້ອຍຄົນ.

    ເພື່ອສົ່ງເສີມການສັກຢາປ້ອງກັນໃຫ້ກະຊວງ ພະນັກງານກະຊວງສຶກສາທິການ ແລະ ກີລາ  ທີ່ເປັນເພື່ອນຮ່ວມງານຂອງພວກເຮົາ ລັດຖະບານອົດສະຕຣາລີກໍຍັງໄດ້ສະໜັບສະໜູນການຜະລິດເສື້ອຢືດ ຂຽນຄຳວ່າ “ຂ້ອຍສັກວັກຊີນໂຄວິດ-19 ຄົບແລ້ວ ເພື່ອຂ້ອຍ ເພື່ອເຈົ້າ ແລະ ເພື່ອທຸກຄົນ” ເພື່ອແຈກຢາຍໃຫ້ພະນັກງານກະຊວງ ສຶກສາທິການ ແລະ ກີລາ ແລະ ທີມງານແຜນງານບີຄວາ ສໍາລັບຜູ້ທີ່ໄດ້ຮັບການສັກຢາຄົບແລ້ວ ຈຳນວນ 300 ໂຕ.

    ນອກຈາກນີ້ ເພື່ອເປັນການຈັດຕັ້ງປະຕິບັດແຜນງານໃຫ້ໄດ້ຮັບຜົນດີທີ່ສຸດ ແລະ ເພື່ອສົ່ງເສີມຄວາມສະເໜີພາບດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ການຜະລິດເສື້ອຢືດທຸກໂຕ ແມ່ນໄດ້ຜະລິດໂດຍບໍລິສັດທີ່ມີເຈົ້າຂອງ ແລະ ພະນັກງານເປັນຄົນພິການທັງໝົດ.

    ຂໍໃຫ້ທີມງານກະຊວງສຶກສາທິການ ແລະ ກີລາ ຢູ່ຢ່າງປອດໄພ ແລະ ມີສຸຂະພາບແຂງແຮງ ລວມທັງພໍ່ແມ່ປະ ຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ສາມາດຜ່ານຜ່າວິກິດການໃນຄັ້ງນີ້ໄປດ້ວຍກັນ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!