ໂດຍໄດ້ຮັບການປະກອບສ່ວນຊ່ວຍເຫຼືອຈາກທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ນາງ ສີດ ທ້າວ ມີ ທ່ານ ໝໍວິລະສັກ ນາງ ຕອ້ມ ນາງແກະ ບ້ານທ່າພະລານໄຊ ນາງຈັນດາວົງ ນາງພອນ ປິ່ນວົງ ບ້ານສະພານທອງເໜືອ ວັນທີ 14 ມິຖຸນາ 2021 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ນໍາເອົາເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງທີ່ໄດ້ຮັບການປະກອບສ່ວນດັ່ງກ່າວ ແຈກຢາຍໃຫ້ກັບປະຊາຊົນບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 100 ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ນີ້.
# ຂ່າວ & ພາບ: ຂັນທະວີ