ປກ​ສ ຫາດ​ຊາຍ​ຟອງ ສຶກ​ສາ​ອົບ​ຮົມ​ຜູ້​ນຳ​ໃຊ້​ເຮືອ​ຫາ​ປາທີ່​ລະ​ເມີດ​ຂໍ້​ຫ້າມ

   ວັນ​ທີ 11 ມິ​ຖຸ​ນາ 2021 ເຈົ້າ​ໜ້າ​ທີ່ພະ​ແນກ​ສັນ​ຕິ​ບານ ປກ​ສ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ອອກກວດ​ກາລາດ​ຕະ​ເວນ​ຕາມ​ຊາຍ​ແດນແມ່​​ນ້ຳ​ຂອງ ເພື່ອ​ຕິດ​ຕາມ​ເບີ່ງ​ສະ​ພາບ ແລະ ການ​ລັກ​ລອບນຳ​ໃຊ້​ເຮືອ​ຫາ​ປາ​ຕາມ​ແມ່​ນ້ຳ​ຂອງທີ່​ບໍ່​ຖືກຕາມ​ລະ​ບຽບ ຕາມຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ  ແຈ້ງ​ການຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ມາດ​ຕະ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ຫ້າມ ແລະ ມາດ​ຕະ​ການ​ຜ່ອນ​ຜັນ ການ​ອະ​ນຸ​ຍາດ​ນໍ​າ​ໃຊ້​ເຮືອ​ຫາ​ປາ​ຕາມ​ລຳ​ແມ່​ນ້ຳ​ຂອງ ເຂດ​ຊາຍ​ແດນ​ລະ​ຫວ່າງ​ປະ​ເທດ​ໃນ​ໄລ​ຍະ​ເວ​ລາ 8.00 ໂມງເຊົ້າ ຫາ 1600 ໂມງແລງທີ່​ກຳ​ນົດ ໂດຍ​ໃຫ້​ອົງ​ການ​ປົກ​ຄອງ​​ທ້ອງ​ຖິ່ນ ສົມ​ທົບ​ກັບ​ກຳ​ລັງ ປກ​ສ ປກ​ຊ ຢູ່​ແຕ່​ລະ​ພື້ນ​ທີ່ອອກ​ລະ​ບຽບ​ການ​ຄຸ້ມ​ຄອງ ພ້ອມ​ກຳ​ນົດ​ຈໍາ​ນວນ​ເຮືອ​ຫາ​ປາ ແລ້ວ​ຈື່ງ​ອອກ​ອະ​ນຸ​ຍາດ ໂດຍ​ກ່ອນ​ຈະ​ອອກ​ໄປ ​ກໍຕ້ອງໄດ້​ບັນ​ທຶກ​ການ​ປ່ອຍ​ອອກ ແລະ ບັນ​ທຶ​ການ​ເຂົ້າ​ມາ​ຈອດ  ​ພ້ອມໃຫ້ມີ​ການ​ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໃກ້​ຊິດ ແລະ ເຂັ້ມ​ງວດ

   ດັ່ງ​ນັ້ນ ເຈົ້າ​ໜ້າ​ທີ່ ປກ​ສ ​ຈື່ງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ອອກກວດ​ກາຢ່າງ​ເຂັ້ມ​ງວດໃນ​ສະ​ຖານ​ທີ່​ດັ່ງ​ກ່າວ ເຊີ່ງ​ພົບ​ເຫັນ​ເຮືອ​ຫາ​ປາ​ຂອງ​ຊາວ​ປະ​ມົງຈຳ​ນວນ 9 ຄົນ​ທີ່​ລະ​ເມີດ​ຂໍ້​ຫ້າມ​ຂອງ​ແຈ້ງ​ການ​ດັ່ງ​ກ່າວ ຄື​ອອກ​​ເຮືອຫາ​ປາ​ກ່ອນ​ໂມງ​ທີ່​ກຳ​ນົດ ດັ່ງ​ນັ້ນ ​ຈື່ງ​ຖື​ວ່າ​ຜິດ​ຕໍ່​ລະ​ບຽບ​ການ​ ແລະ ​ຄຳ​ສັ່ງ​ຂອງ​ທ່ານ​ຫົວ​ໜ້າ​ກອງ​ບັນ​ຊາ​ການ ປກ​ສ ເມືອງ​ຫາດ​ຊາຍ​ຟອງ ກ່ຽວ​ກັບ​ຄວາມ​ເຂັ້ມ​ງວດ​ການ​ຄຸ້ມ​ຄອງ​​ນຳ​ໃຊ້ເຮືອ​ປະ​ເພດ​ຕ່າງໆຕາມ​ແມ່​ນ້ຳ​ຂອງ ​ເຊີ່ງ​ຖື​ວ່າໃນ​ການ​ປະ​ຕິ​ບັດມາດ​ຕະ​ການ​ຕໍ່​​ໂມ​ງເວ​ລາ​ຂອງ​ຜູ້​ນຳ​ໃຊ້​ເຮືອ ​ແມ່ນ​ຜິດ​ລະ​ບຽບ ທັງ​ນີ້​ກໍ​ເພື່ອ​ເຂັ້ມ​ງວດ​ໃນ​ການກວດ​ກາເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ ​ໄລ​ຍະທີ່​ມີ​ການ​ລະ​ບາດ​ຢູ່ໃນ​ປັດ​ຈຸ​ບັນ

     ພ້ອມນີ້ ​ເຈົ້າ​ໜ້າ​ທີ່ ​ປກ​ສ ເມືອງ​ຫາດ​ຂາຍ​ຟອງ ຈື່ງ​ເຊີນ​ເອົາ​ກຸ່ມ​ຜູ້​ນຳ​ໃຊ້​ເຮືອ​ຫາ​ປາທີ່​ປະ​ຕິ​ບັດ​ຜິດ​ຕໍ່​ລະ​ບຽບນັ້ນ ຈຳ​ນວນ 9 ຄົນ ຄື ບ້ານ​ຫາດດອກ​ແກ້​ວ 6 ຄົນ ສົມ​ໂຮງ 2 ຄົນ ແລະ ຫົວ​ຫ້າ 1 ຄົນ ​ຂື້ນ​ມາເຮັດ​ບົດ​ບັນ​ທຶກ​ສຶກ​ສາອົບ​ຮົມ​ເພື່ອ​ກ່າວ​ເຕືອນ ແລະ ປັບ​ໄໝ​ຕາມ​ລະ​ບຽບການ ພ້ອມ​ໃຫ້​ຢຸດ​ການ​ເດີນ​ເຮືອ​ຊົ່ວ​ຄາວ​ເປັນ​ເວ​ລາ 7 ວັນ ຫາກ​ຍັງມີ​ການ​ລະ​ເມີດ​ຝ່າ​ຝືນອີກ ​ພົບ​ເຫັນ​ຄັ້ງ​ທີ​ສອງ​ ຈະ​ປັບ​ໄໝ​ໜື່ງ​ລ້ານ​ກີບ ພ້ອມ​ຢຶດ​ເຮືອ​ທັນ​ທີ

     ໃນ​ວັນ​ທີ 14 ມິ​ຖຸ​ນາ 2021 ເຈົ້າ​ໜ້າ​ທີ່ພະ​ແນກ​ສັນ​ຕິ​ບານ ປກ​ສ ເມືອງ​ຫາດ​ຊາຍ​ຟອງນະ​ຄອນ​ຫຼວງວຽງ​ຈັນ ກໍ່ໄດ້​ສືບ​ຕໍ່​ລົງ​ກວດ​ກາສະ​ພາບ​ລຽບ​ຕາມ​ຊາຍ​ແດນເພື່ອກວດ​ກາ​ຜູ້​ນຳ​ໃຊ້​​​ເຮືອ ແຕ່​ກໍ​ຍັງ​ພົບ​ເຫັນ​ຄື​ເກົ່າ ແຕ່​ຄັ້ງ​ນີ້​ ແມ່ນ​ຜູ້​ນຳ​ໃຊ້​ເຮືອ​ອອກ​ຫາ​ປາ ປະ​ຕິ​ບັດ​ຜິດ​ລະ​ບຽບ ອອກ​ກ່ອນ​ໂມງ​ເວ​ລາເຊັ່ນ​ເຄີຍ ຈຳ​ນວນ 19​ ຄົນ ໃນ​ນັ້ນ ບ້ານ​ຊຽງ​ຄວນ 3 ຄົນ ສິ​ມມະ​ໂນ​ເໜືອ 8  ຄົນ ສິມ​ມະ​ໂນ​ໃຕ້ 1 ຄົນ ແລະ ບ້ານ​ນາ​ລ້ອ​ງ 7​ ຄົນ  ດັ່ງ​ນັ້ນ ເຈົ້າ​ໜ້າ​ທີ່​ຈື່ງ​ໄດ້​ລວບ​ລວມ​ຕົວ​​ທັງ​ໝົດມາ​ທີ່ກອງ​ບັນ​ຊາ​ການ​ເພື່ອ​ເຮັດ​ໜ້າ​ທີ່​ສຶກ​ສາ​ອົບ​ຮົບ ປັບ​ໄໝ ກ່າວ​ເຕືອນ ​ແລະ ເພື່ອ​ບໍ່​ໃຫ້​ມີ​ການ​ປະ​ຕິ​ບັດ​ແບບ​ເກົ່ານີ້ອີກ​ຕໍ່ໄປ .

error: Content is protected !!