ເອັມເຈມາກ ປໍ້ານໍ້າມັນ ປຕທ ສີວິໄລ ເປີດຈໍາໜ່າຍທາດຊີ້ນ ແລະ ຜັກອໍເກນິກ

    ທ່ານ ຈັນທະນຸດ ໄຊຍະວົງ ເຈົ້າຂອງຮ້ານເອັມເຈມາກ ໃຫ້ສໍາພາດວັນທີ 11 ມິຖຸນາ 2021 ວ່າ: ການສ້າງຕັ້ງຮ້ານ ເອັມເຈມາກ ເປັນທາງເລືອກໜຶ່ງທີ່ສະດວກສະບາຍໃຫ້ແກ່ລູກຄ້າ ໃນການຈັບຈ່າຍຊື້ອາຫານການກິນ ດັ່ງນັ້ນ ເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າ ຕົນຈຶ່ງໄດ້ຕັດສິນໃຈສ້າງຕັ້ງຮ້ານ ເອັມເຈມາກ ຫຼື ຮ້ານຊີ້ນສົດ ຊີ້ນສະໄລ ອາຫານແຊ່ແຂງ ແລະ ຜັກອໍເກນິກ ຢູ່ທີ່ປໍ້ານໍ້າມັນ ປຕທ ສີວິໄລ ເນື່ອງຈາກວ່າສະຖານທີ່ແຫ່ງນີ້ເປັນຊຸມຊົນ ຢູ່ໃກ້ກັບໂຮງຮຽນ ແລະ ສະຖາບັນການສຶກສາ ມີປະຊາກອນອາໄສໜາແໜ້ນ ພ້ອມນັ້ນ ຍັງມີສະຖານທີ່ຈອດລົດສະດວກສະບາຍສໍາລັບລູກຄ້າອີກ ເຊິ່ງສິນຄ້າພາຍໃນຮ້ານແມ່ນເນັ້ນສິນຄ້າທີ່ມີຄຸນນພະພາບ ສົດໃໝ່ ເປັນຕົ້ນ ປະເພດຊີ້ນແມ່ນນໍາມາຈາກຮ້ານ CP PORK SHOP ສາຂາຫົວຂົວ ພືດຜັກເນັ້ນຜັກອໍເກນິກ ແລະ ຜັກກະສິກໍາອິນຊີ ປະມານ 80% ນໍາມາຈາກບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ສ່ວນອີກ 20% ນໍາມາຈາກກຸ່ມຊາວສວນກະສິກໍາອິນຊີໃນນະຄອນຫຼວງວຽງຈັນ ນອກນັ້ນ ຍັງມີອາຫານທະເລ ອາຫານແຊ່ແຂງ ໝາກໄມ້ ແລະ ເຄື່ອງປຸງແຕ່ງອາຫານນໍາເຂົ້າຈາກປະເທດເພື່ອນບ້ານຈໍານວນໜຶ່ງ ໝາຍຄວາມວ່າ ຮ້ານເອັມເຈມາກ ສາມາດເປັນຕະຫຼາດນ້ອຍໃຫ້ກັບລູກຄ້າໄດ້ ແລະ ສິນຄ້າທີ່ຈໍາໜ່າຍສ່ວນຫຼາຍ ແມ່ນຜະລິດພາຍໃນປະເທດ ເຊິ່ງລາຄາບໍ່ສູງຄື: ຊີ້ນໝູ 3 ຊັ້ນ ຊີ້ນສັນຄໍ 50 ພັນກີບຕໍ່ກິໂລ ຊີ້ນສັນນອກ 42 ພັນກີບຕໍ່ກິໂລ ຊີ້ນສັນໃນ 48 ພັນກີບຕໍ່ກິໂລ ຊີ້ນສະໂພກ ຊີ້ນບ່າໄຫຼ່ ແລະ ຊີ້ນບົດ 40 ພັນກີບຕໍ່ກິໂລ ສ່ວນໝາກໄມ້ ມີລາຄາແຕ່ 15 ພັນກີບ ຫາ 20 ພັນກີບຕໍ່ກິໂລ.

    ສໍາລັບຊີ້ນ ພືດຜັກ ແລະ ເຄື່ອງປຸງແຕ່ງອາຫານທີ່ນໍາເຂົ້າຈໍາໜ່າຍພາຍໃນຮ້ານ ແມ່ນເນັ້ນໃສ່ສິນຄ້າທີ່ມີຄຸນນະພາບ ສົດ ໃໝ່ ແລະ ຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ເຊິ່ງຮ້ານໄດ້ເປີດໃຫ້ບໍລິການຢ່າງເປັນທາງການມາແຕ່ວັນທີ 11 ມິຖຸນາ 2021 ເປັນຕົ້ນມາ ແລະ ຈະເປີດໃຫ້ບໍລິການທຸກໆມື້ ເລີ່ມແຕ່ເວລາ 8:00-20:30 ໂມງ.

# ຂ່າວ & ພາບ:  ຂັນທະວີ

error: Content is protected !!