ຫາດ​ຊາຍ​ຟອງ ​ຈະປູກ​ຕົ້ນ​ໄມ້ໃນ​ເນື້ອ​ທີ່ 10 ເຮັກ​ຕາ ຂະ​ຫຍາຍ​ພື້ນ​ທີ່​ສີ​ຂຽວ ​ເພື່ອຮັກ​ສາ​ສິ່ງ​ແວດ​ລ້ອມ

     ວັນ​ທີ  11 ມິ​ຖຸ​ນາ  2021 ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ຈັດ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້ລຽບ​ຕາມ​ແຄມ​ທາງ ຖະ​ໜົນ​ທ່າ​ເດື່ອ​ ໃນ​ໂອ​ກາດ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ແລະ ວັນ​ເດັກນ້ອຍ​ສາ​ກົນ ຢູ່​ທີ່​ໜ້າ​ສວນນໍ້າ​ອິນ​ແປງ ບ້ານ​ດົງ​ໂພ​ສີ ເຂົ້າ​ຮ່ວມ​ໂດຍ​ມີທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ທ່ານ​ຮອງ​ເຈົ້າ​ເມືອງ ພ້ອມ​ດ້ວຍ​ຫ້ອງ​ການ​ ແລະ ພາກ​ສ່ວນກ່ຽວ​ຂ້ອງ​ເຂົ້າ​ຮ່ວມ

    ໂອ​ກາດ​ດັ່ງ​ກ່າວ ທາງ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​ຫາດ​ຊາຍ​ຟອງ ກໍ​ໄດ້​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ຕໍ່​ກັບ​ລາຍ​ລະ​ອຽດ ແລະ ແຜນ​ການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ປູກ​ໄມ້ ໃນ​ເດືອນ​ມິ​ຖຸ​ນາ​ປີ 2021 ທົ່​ວ​ເມືອງ​ຫາດ​ຊາຍ​ຟອງ ເຊີ່ງ​ມີ​ເນື້ອ​ທີ່​ທັງ​ໝົດ 10 ເຮັກ​ຕາ ເຊີ່ງ​ໃນ​ນັ້ນ​ແມ່ນ​ຈະ​ປູກ​ເພື່ອ​ຂະ​ຫຍາຍ​ພື້ນ​ທີ່​ສີ​ຂຽວ ແລະ ຮັກ​ສາ​ສິ່ງ​ແວດ​ລ້ອມ ​ອີກສ່ວນ​ໜື່ງ​ແມ່ນ​ຈະ​ປູກ​ເພື່ອ​ເປັນ​ສິນ​ຄ້າ ໄມ້​ອຸດ​ສາ​ຫະ​ກຳປະ​ມານ 2000 ຕົ້ນ ທັງ​ນີ້​ກໍ​ເພື່ອແນ​ໃສ່​​​​ຮັບ​ປະ​ກັນການປະ​ຕິ​ບັດ​ໃຫ້​​ບັນ​ລຸໄດ້​ຕາມ​ທິດ​ສີ​ຂຽວ ແລະ ນະ​ໂຍ​ບາຍການ​ສ້າງ​ນະ​ຄອນ​ຫຼວງວຽງ​ຈັນ​ໃຫ້​ໜ້າ​ຢູ່ ດ້​ວຍ​ການ​ປູກ​ຕົ້ນ​ໄມ້​ສອງ​ຕົ້ນຕໍ່​ຄົນ​ຕໍ່​ປີ ເຊີ່ງ​ແມ່ນ​ພັນ​ທະ​ຂອງ​ປະ​ຊາ​ຊົນຊາວ​ນະ​ຄອນ​ຫຼວງວຽງ​ຈັນ

     ສຳ​ລັບ​ຕົ້ນ​ໄມ້​ທີ່​ປູກ​ລຽບ​ຕາມ​ແຄມ​ທາງຖະ​ໜົນ​ທ່າ​ເດື່ອ ສ່ວນ​ໃຫຍ່​ຈະ​ເປັນຕົ້ນ​ກະ​ເລົາ​  ເຊີ່ງ​ປູກ​ແຕ່​ເຂດ​ບ້ານ​ຫາດ​ຊາຍ​ຂາວ ​ຍາວລົງ​ມາຈົນ​ຮອດ​ຂອບ​ເຂດ​ທີ່​ກຳ​ນົດ​ໄວ້ ​ແຕ່ຈະ​ເນັ້ນ​ປູກໃນ​ຈຸດບ່ອນ​ດິນ​ເປົ່າ​ຫວ່າງ​ເປັນ​ສ່ວນ​ໃຫຍ່ ​ພາຍ​ຫຼັງ​ປູກ​ສຳ​ເລັດ ​ກໍຈະ​ມອບ​ໃຫ້​ເປັນໜ້າ​ທີ່​ຂອງ​ສຳ​ນັກ​ງານ​ຫ້ອງ​ການ ແລະ ບ້ານ ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດເພື່ອ​ປົກ​ປັກ​ຮັກ​ສາ​ຄຸ້ມ​ຄອງ ສຳ​ລັບ​ຜູ້​ທີ່​ມີ​ເນື້ອ​ທີ່​ດິນ​ແຄມ​ທາງ​ ກໍ​ສາ​ມາດ​ປູກ​ໄດ້​ຕາມ​ເງື່ອນ​ໄຂ  ສຳ​ລັບ​ປີ​ຜ່ານ​ມາ ເມືອງ​ຫາດ​ຊາຍ​ຟອງຜະ​ລິດ​ເບ້ຍ​ໄມ້​ໄດ້  32 ພັນກວ່າ​ເບ້ຍ ​ພາກ​ລັດ​ຜະ​ລິດ​ໄດ້  8000 ເບ້ຍ  ເອ​ກະ​ຊົນຜະ​ລິດ​ໄດ້ 24 ພັນ​ກວ່າ​ເບ້ຍ ຊະ​ນິດໄມ້​ມີ ໄມ້ອຸດ​ສາ​ຫະ​ກຳ ແລະ ໄມ້ປະ​ດັບ ແຜນ​ປູກ 7 ເຮັກ​ຕາ  ໃນ​ນັ້ນ​ແມ່ນໄດ້​ປູກ​ຢູ່​ເສັ້ນ​ທາງ 450 ປີ ​ຈຳ​ນວນ 220 ຕົ້ນ ເປັນ​​ຕົ້ນໄມ້​ປະ​ດັບ.

error: Content is protected !!