ປີນີ້ ນວ ຈະຜະລິດເຂົ້ານາປີໃຫ້ໄດ້ 52.050 ເຮັກຕາ

      ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ກປ ນວ) ສຸມໃສ່ຜັນຂະຫຍາຍຕາມ 3 ວິໄສທັດ 4 ຍຸດທະສາດ 8 ຄາດໝາຍ ແລະ 18 ແຜນວຽກຈຸດສຸມ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ບັນດາເມືອງທົ່ວ ນວ ໂດຍສະເພາະເຂດຊານເມືອງ 7 ເມືອງຄື ສັງທອງ ນາຊາຍທອງ ໄຊທານີ ໄຊເສດຖາ ຫາດຊາຍຟອງ ແລະ ປາກງື່ມເປັນຫຼັກ.

    ທ່ານ ຫຼ້າສາຍ ນວນທາສິງ ໃຫ້ຮູ້ວ່າ ແຜນການຜະລິດເຂົ້ານາປີ 2021 ຄາດໝາຍໃນເນື້ອທີ່ 52.050 ເຮັກຕາ ຄາດຄະເນຜະລິດຕະພາບ 4,53 ໂຕນຕໍ່ເຮັກຕາ ໃຫ້ໄດ້ຜົນຜະລິດ 235.820 ໂຕນ ໃນນັ້ນ ເຂົ້າອີນຊີ 407 ເຮັກຕາ ຜົນຜະລິດ 1.683 ໂຕນ ເຂົ້າຈ້າວ 3.321 ເຮັກຕາ ຜົນຜະລິດ 13.635 ໂຕນ ພ້ອມກັນນັ້ນ ກໍໄດ້ກະກຽມສະໜອງແນວພັນເຂົ້າທ່າດອກຄຳ 8 11 ວຽງຈັນ 45 ປີ-1 ວຽງຈັນ 450 ປີ 2 ເຊບັ້ງໄຟ 2 ເຂົ້າ ເຊແອ 203 ແລະ ອື່ນໆ 174 ໂຕນ ຝຸ່ນອົງຄະທາດ 41.640 ໂຕນ ຝຸ່ນເຄມີ 8.833 ໂຕນ ເພື່ອສະໜອງຮັບໃຊ້ການຜະລິດນາປີນີ້.

    ນອກຈາກນັ້ນ ຍັງໄດ້ກະກຽມແຜນການຜະລິດຜັກລະດູຝົນ 3.779 ເຮັກຕາ ຜົນຜະລິດປະມານ 38.225 ໂຕນ ໃນນີ້ ມີຜັກອີນຊີ 1.022 ໂຕນ ຜັກ GAP 4.052 ໂຕນ ພືດອຸດສາຫະກໍາ (ມັນຕົ້ນ ສາລີ ອາຫານສັດ ຖົ່ວດິນ) 3.146 ເຮັກຕາ ຜົນຜະລິດ 41.321 ໂຕນ ໝາກໄມ້ 2.532 ເຮັກຕາ ຜົນຜະລິດ 44.079 ໂຕນ ຕົ້ນຕໍແມ່ນມີກ້ວຍຫອມ ໝາກມີ້ ມັງກອນ ຖົ່ວລຽນ ໝາກພ້າວຫອມ ແລະ ໝາກໄມ້ຕາມລະດູການອື່ນໆ ສຳລັບເຂດຈຸດສຸມປູກເຂົ້າແມ່ນທົ່ງພຽງລຽບຕາມແມ່ນໍ້າຂອງ ນໍ້າງື່ມ ແລະ ເມືອງສັງທອງ ໃນນີ້ ມີໄຊທານີ 15.300 ເຮັກຕາ ປາກງື່ມ 11.202 ເຮັກຕາ ສັງທອງ 8.500 ເຮັກຕາ ນາຊາຍທອງ 7.994 ເຮັກຕາ ຫາດຊາຍຟອງ 6.050 ເຮັກຕາ ແລະ ເມືອງອື່ນໆອີກຈໍານວນໜຶ່ງ.

​   # ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!