ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 14 ມິຖຸນາ 2021 ວ່າ: ປັດຈຸບັນ ສປປ ລາວ ໄດ້ເກັບກໍາຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.407 ຕົວຢ່າງ ຜົນກວດວິເຄາະ ພົບຜູ້ຕິດເຊື້ອທັງໝົດ 14 ກໍລະນີ ໃນນັ້ນຈາກ ນະຄອນຫຼວງວຽງຈັນ 7 ກໍລະນີ ເປັນກໍລະນີຕິດເຊື້ອໃນຊຸມຊົນ ຕິດຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ສ່ວນສະຫວັນນະເຂດ 3 ກໍລະນີ ຈໍາປາສັກ 3 ກໍລະນີ ແລະ ແຂວງວຽງຈັນ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບຈາກແຮງງານລາວທີ່ກັບຈາກປະເທດໄທຖືກຕ້ອງຕາມກົດໝາຍ.

ເຂດສ່ຽງ ສະຖານທີ່ຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນເດີນທາງໄປມີດັ່ງນີ້
- 8 ມິຖຸນາ ຕະຫຼາດສີໄຄ ໄດ້ໄປການຄັ້ງສຸດທ້າຍປະຈໍາຢູ່ທະນາຄານ ST ສາຂານະຄອນຫຼວງວຽງຈັນ ບ້ານສີຫອມ ເມືອງຈັນທະບູລີ
- 9 ມິຖຸນາ ຕະຫຼາດເກົ້າລ້ຽວ
- 10 ມິຖຸນາ ຕະຫຼາດແກ້ວປ່າ ໄປຮ້ານຂາຍເຄື່ອງຍ່ອຍຢູ່ສາມແຍກໄຟແດງສີໄຄ ໄປຊິດເບັດຢູ່ອ່າງນໍ້າຫຸມ
- 11 ມິຖຸນາ ຄຣີນິກເອກະຊົນຢູ່ບ້ານນາແຮ່
- 12 ມິຖຸນາ (ຮ້ານຂາຍໂທລະສັບ LCC ບ້ານດົງປ່າລານ)

ມາຮອດປັດຈຸບັນຈໍານວນບ້ານແດງໃນນະຄອນຫຼວງວຽງຈັນມີ 17 ບ້ານ ໃນ 7 ເມືອງ ແລະ ບ້ານໃໝ່ກໍານົດເປັນເຂດແດງວັນທີ 14 ມິຖຸນາ ມີບ້ານເກົ້າລ້ຽວ ແລະ ບ້ານໂພສີ ເມືອງສີໂຄດຕະບອງ.
# ຂ່າວ & ພາບ: ຂັນທະວີ