ພະຍາດອັກເສບຜິວໜັງງົວ-ຄວາຍ ບໍ່ສາມາດຕິດແປດໃສ່ຄົນ ສັດປີ່ນປົວດີແລ້ວ ສາມາດບໍລິໂພກໄດ້

    ພາຍຫຼັງໄດ້ຮັບແຈ້ງການໃນວັນທີ 31 ພຶດສະພາ 2021 ຈາກກົມລ້ຽງສັດ ແລະ ການປະມົງ ກະຊວງກະສິ ກຳ ແລະ ປ່າໄມ້ ໄດ້ອອກແຈ້ງການສະບັບເລກທີ 1277/ກລປ ເລື່ອງ ຫ້າມນຳເຂົ້າຊົ່ວຄາວສັດໃຫຍ່ ປະເພດ ງົວ-ຄວາຍ ແລະ ຜະລິດຕະພັນຈາກສັດໃຫຍ່ ຍ້ອນວ່າ ສປປ ລາວ ພົບການພະລະບາດຂອງພະຍາດອັກເສບ ຜິວໜັງງົວ-ຄວາຍ Lumpy Skin Disseise ເປັນພະຍາດຮ້າຍແຮງຢູ່ໃນບັນຊີຄວບຄຸມປະເພດ 1 ຂອງ ອົງການ OIE ແລະ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດຂອງ ສປປລ ໃນນີ້ ນະຄອນຫຼວງ ວຽຈັນກໍໄດ້ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ.

    ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວວຽງຈັນ (ນວ) ໃຫ້ສຳພາດ ບໍ່ດົນມານີ້ວ່າ: ປັດຈຸບັນ ໄດ້ພົບການລະບາດຢູ່ 7 ແຂວງ 30 ເມືອງ ມີສັດເຈັບເປັນ 7.218 ໂຕ ຕາຍຈຳນວນ ໜຶ່ງ ເຊິ່ງພົບເປັນຄັ້ງທຳອິດໃນວັນທີ 13 ເມສາ 2021 ທີ່ບ້ານດອນຝາຍ ເມືອງຫາດຊາຍຟອງ ແລ້ວກະຈາຍໄປ ຢູ່ເມືອງອື່ນຢ່າງໄວວາ ປັດຈຸບັນ ພົບການລະບາດຂອງພະຍາດດັ່ງກ່າວ 128 ບ້ານ 7 ເມືອງ ຄື ຫາດຊາຍຟອງ ສັງທອງ ນາຊາຍທອງ ໄຊທານີ ໄຊເຊດຖາ ແລະ ປາກງື່ມ ພົບສັດເຈັບເປັນທັງໝົດ 2.129 ໂຕ ເທົ່າກັບປະ ມານ 2,4% ຂອງຝູງງົວ ປີ່ນປົວດີແລ້ວ 1.011 ໂຕ ເທົ່າກັບ 47% ຂອງສັດເຈັບປ່ວຍ ຕາຍ 12 ໂຕ ຫຼື ປະມານ 0,5% ຂອງສັດຕິດເຊື້ອ.

    ພາຍຫຼັງທີ່ມີການຫ້າມເຄື່ອນຍ້າຍ ແລະ ນຳເຂົ້າຊົ່ວຄາວສັດໃຫຍ່ປະເພດງົວ-ຄວາຍ ແຕ່ເຮັດແນວໃດໃຫ້ມີ ຊີ້ນພຽງພໍກັບຄວາມຕ້ອງການບໍລິໂພກຊີ້ນງົວ-ຄວາຍ ເຊິ່ງພວກເຮົາຍັງອະນຸຍາດໃຫ້ເອົາສັດທີ່ໄດ້ຮັບການ ຢັ້ງຢືນປອດພະບາດຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ (ໜ່ວຍງານສັດຕະແພດເມືອງ) ຈາກເຂດຄັງ ຂັງສັດຂອງໂຮງງານຂ້າສັດ ແລະ ບ້ານເຂດໂຮງງານຂ້າສັດ ສະໜອງຕະຫຼາດຜູ້ບໍລິໂພກ ບ້ານທີ່ບໍ່ມີ ການລະບາດ ກໍສາມາດຂ້າບໍລິໂພກພາຍໃນບ້ານໄດ້ ໝາຍຄວາມວ່າສະໜອງກັບທີ່ເປັນຫຼັກ ສົ່ງເສີມໃຫ້ບໍລິ ໂພກຊີ້ນອື່ນແທນ ເຊັ່ນ: ສັດນ້ອຍ ສັດປີກ ນົກກະຈອກເທບ ປາ ແລະ ອື່ນໆ ຖ້າກໍລະນີຈຳເປັນແທ້ໆ ການເຄື່ອນຍ້າຍແມ່ນຕ້ອງມີໜັງສືຢັ້ງຢືນປອດພະຍາດຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງກ່ຽວຂ້ອງ ແລະ ຕ້ອງແມ່ນຈາກບ້ານ ຫຼື ຟາມທີ່ບໍ່ພົບການລະບາດເທົ່ານັ້ນ.

    ພະຍາດຜິວໜັງອັກເສບ LSD ບໍ່ເຄີຍພົບການລະບາດໃນປະເທດເຮົາມາກ່ອນ ແຕ່ເປັນເຊື້ອພະຍາດທີ່ ພົບການລະບາດມາດົນແລ້ວແຕ່ປີ 1929 ຢູ່ທະວີບອາຟຣິກກາ ແລ້ວແຜ່ມາຕາເວັນອອກກາງ ເອີຣົບຕາເວັນອອກ ປີ 2020 ພົບຢູ່ ສປ ຈີນ ແລະ ສສ ຫວຽດນາມ ປີນີ້ ແຜ່ລະບາດຢູ່ປະເທດເຮົາຍ້ອນການ ເປີດກວ້າງການຄ້າຂາຍງົວ-ຄວາຍ ແລະ ຜະລິດຕະພັນສັດລະຫວ່າງປະເທດ ເຊິ່ງອາການສະແດງອອກ ຂອງສັດຕິດເຊື້ອ LSD ຈະມີຕຸ່ມທົ່ວໂຕ ໂດຍສະເພາະບໍລິເວດແອບແອ້ຂາຫຼັງ ສັດຈະເປັນໄຂ້ ຈ່ອຍ ຖ້າຮັກສາບໍ່ທັນ ຕຸ່ມຈະແຕກ ເມື່ອແມງວັນໄປຕອມ ໄຂຈະເກີດເປັນໜອນ ແລະ ຊືມເຊື້ອ ຈົນເຮັດໃຫ້ສັດຕາຍ ໄດ້ ສ່ວນການປິ່ນປົວ ແມ່ນຄວນແຍກສັດດີ ແລະ ສັດປ່ວຍອອກຈາກກັນ ກັກບໍລິເວດບໍ່ໃຫ້ສຳຜັດກັນ ແລ້ວປີ່ນ ປົວສັດເຈັບເປັນຕາມອາການແກ້ໄຂ້ ໃຫ້ຢາຕ້ານເຊື້ອ ວິຕາມີນ ແລະ ສັດບໍ່ຕິດເຊື້ອກໍສາມາດສັກວັກຊີນໄດ້ ຕາມການຢັ້ງຢືນຈາກອົງການ OIE ເຊື້ອພະຍາດນີ້ບໍ່ຕິດແປດຕໍ່ໃສ່ຄົນ ສັດປີ່ນປົວດີແລ້ວສາມາດບໍລິໂພກໄດ້.

# ຂ່າວ-ພາບ: ອົ່ນ ໄຟສົມທອງ

.

error: Content is protected !!