
ໃນວັນທີ 21 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດຕ້ານພະຍາດໂຄວິດ-19 ຈາກອໍານາການປົກຄອງນະຄອນຊຽງໄຮ້ ສປ ຈີນ ໃຫ້ແກ່ນະຄອນຫຼວງວຽງຈັນ ຕາງໜ້າກ່າວມອບໂດຍທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.


ເຄື່ອງຊ່ວຍເຫຼືອເຊິ່ງເປັນອຸປະກອນການແພດຈາກອຳນາດການປົກຄອງນະຄອນຊຽງໄຮ້ຄັ້ງນີ້ ປະກອບມີ: ຜ້າອັດປາກ N95 ຈໍານວນ 3.000 ອັນ ຜ້າອັດປາກແພດນໍາໃຊ້ທົ່ວໄປ 30.000 ອັນ ແລະ ຊຸດປ້ອງກັນພະຍາດ 400 ຊຸດ ລວມເປັນມູນຄ່າທັງໝົດ 13.500 ໂດລາສະຫະລັດ ຫຼື ປະມານ 128 ລ້ານກີບ ທັງນີ້ ເພື່ອຮັບໃຊ້ເຂົ້າໃນວຽກງານການຄວບຄຸມ ແລະ ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19.

ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ຈຽງ ຈາຍຕົງ ທີ່ເສຍສະຫຼະເວລາອັນມີຄ່າມາມອບ ແລະ ໄດ້ຝາກຂອບໃຈໄປຍັງອໍານາດການປົກຄອງນະຄອນຊຽງໄຮ້ ທີ່ໄດ້ໃຫ້ການຊ່ວຍເຫຼືອເຄື່ອງອຸປະກອນການແພດມາມອບໃຫ້ນະຄອນຫຼວງ ເພື່ອຕ້ານການແຜ່ລະບາດຂອງພະຍາດ COVID-19.
# ຂ່າວ & ພາບ: ວຽງມາ