
ວັນທີ 21 ເມສາ 2020 ບໍລິສັດ ສຸກຄະວົງ ກຣຸບ ມອບຜ້າອັດປາກ-ອັດດັງ 800 ອັນ ໃຫ້ແກ່ຄະນະສະເພາະກິດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ່ານ ພູໄຊຊະນະ ໄຊສົມບັດ ປໍ້ານໍ້າມັນ ປຕທ ໜ່ວຍ 47 ບ້ານດອນກອຍ ໄດ້ມອບນໍ້າດື່ມ 30 ແພັກ ຊຸກຍູ້ໃຫ້ແກ່ຫ້ອງການປົກຄອງບ້ານດອນກອຍ ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານການຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).
ນອກຈາກນີ້ ສູນກາງສະຫະພັນແມ່ຍິງຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ກັບເພດຍິງທີ່ເປັນແຮງງານມາແຕ່ໄທຕື່ມອີກ.
# ຂ່າວ & ພາບ: ຂັນທະວີ

