ບ້ານຊ້າງຄູ້ ສືບຕໍ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງ 06/ນຍ ຢ່າງເຄັ່ງຄັດ

    ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພັກ-ລັດຖະບານ ໄດ້ເພີ່ມມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນທັງຊາດໃຫ້ຫ່າງໄກຈາກພະຍາດຮ້າຍ ແລະ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.

    ທ່ານ ພຸດທະວົງ ເພັດລາດຊະວົງ ຮອງນາຍບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອສະກັດກັ້ນພະຍາດໂຄວິດ-19 ສະເພາະໃນອົງການປົກຄອງບ້ານຂອງພວກເຮົາ ໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງ 06/ນຍ ຢ່າງເຄັ່ງຄັດ ໂດຍຖືເອົາການປ້ອງກັນຊາດ ປ້ອງກັນຄວາມສະຫງົບເປັນບັນຫາສຳຄັນ ແລະ ໄດ້ແຕ່ງກໍາລັງ ປກສ ປກຊ ເຮັດວຽກຢ່າງເຕັມທີ່ ເພາະບ້ານພວກເຮົາເປັນບ້ານໃຫຍ່ ແລະ ກໍານົດເອົາຮ່ອມ 4/4 ເປັນດ່ານກວດຄົນເຂົ້າ-ອອກ ເພື່ອປ້ອງກັນບໍ່ໃຫ້ພະຍາດລະບາດເກີດຂຶ້ນພາຍໃນບ້ານ. 

    ສໍາລັບວຽກງານໂຄສະນານັ້ນ ແມ່ນໄດ້ນໍາໃຊ້ການປະກາດຜ່ານທາງໂທລະໂຄ່ງ ແລະ ໃຊ້ລົດຕຸກໆຂີ່ເລາະຕາມຮ່ອມ ເພື່ອປະກາດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຄໍາສັ່ງ 06/ນຍ ເຊິ່ງນັບແຕ່ວັນທີ 1-16 ເມສາຜ່ານມາ ເຫັນວ່າໄດ້ຮັບຜົນດີ ປະຊາຊົນປະຕິບັດຕາມຢ່າງເຂັ້ມງວດ. 

    ຢ່າງໃດກໍຕາມ ເມື່ອລັດຖະບານປະກາດຂະຫຍາຍເວລາໄປອີກ 14 ມື້ ພວກເຮົາຈຶ່ງສືບຕໍ່ປະຕິບັດໜ້າທີ່ຕື່ມຈົນຮອດວັນທີ 3 ພຶດສະພາ 2020 ເຊິ່ງປັດຈຸບັນແມ່ນໄດ້ມີການຕັ້ງດ່ານກວດກາ ແລະ ແນະນຳວິທີການໄປການມາ ບໍ່ໃຫ້ມີການຊຸມແຊວ ບໍ່ໃຫ້ຂາຍເຫຼົ້າ ເບຍ ແລະ ອື່ນໆ ເຊິ່ງການສືບຕໍ່ມາດຕະການນີ້ຈົນຮອດວັນທີ 3 ພຶດສະພາ ຖືວ່າເປັນຜົນດີ ເພາະເປັນການຄວບຄຸມແຕ່ຕົ້ນຕໍເພື່ອບໍ່ເກີດຄວາມຫຍຸ້ງຍາກຕາມມາພາຍຫຼັງອີກດ້ວຍ.

# ຂ່າວ-ພາບ ໂດຍ : ມາລີດາ

error: Content is protected !!