ຄະນະສະເພາະກິດນະຄອນຫຼວງວຽງຈັນ ຮ່ວມກັບຄະນະສະເພາະກິດເມືອງຫາດຊາຍຟອງ ແລະ ໜ່ວຍງານໂຄສະນາປະຊາສຳພັນ ແລະ ຍ້ອງຍໍ ເພື່ອປ້ອງກັນ ຄວບຄຸມ ແລະ ສະກັດກັ້ນ ຕ້ານການລະບາດພະຍາດໂຄວິດ-19 ໄດ້ຈັດກອງປະຊຸມຮ່ວມ ເພື່ອຄົ້ນຄວ້າປຶກສາຫາລື ເຄື່ອນໄຫວວຽກງານຂອງຄະນະດັ່ງກ່າວ ໄລຍະທີ 4 ໃນວັນທີ 11 ມິຖຸນາ 2021 ຢູ່ສະໂມສອນປົກຄອງເມືອງຫາດຊາຍຟອງ ໂດຍມີທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ຫົວໜ້າຄະນະສະເພາະກິດປ້ອງກັນ ຄວບຄຸມ ສະກັດກັ້ນ ຕ້ານການແຜ່ລະບາດພະຍາດໂຄວິດຂັ້ນເມືອງ ທ່ານ ພົວ ຜາລົມວິນທອງ ປະທານສະຫະພັນນັກຮົບເກົ່າ ນວ ພ້ອມດ້ວຍຄະນະສະເພາະກິດ ແລະ ສາມອົງການຈັດຕັ້ງມະຫາຊົນ ນ.ວ ແລະ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະໜ່ວຍງານໂຄສະນາປະຊາສຳພັນ ແລະ ຍ້ອງຍໍຂັ້ນ ນວ ແລະ ເມືອງ ໄດ້ສະເໜີຈຸດປະສົງ ແລະ ຮັບຟັງ ລາຍງານຕໍ່ກັບການລົງເຄື່ອນໄຫວໂຄສະນາປະຊາສຳພັນວຽກງານປ້ອງກັນ ຄວບຄຸມ ຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດຂອງເມືອງໃນໄລຍະຜ່ານມາ ເຫັນວ່າຄະນະສະເພາະກິດແຕ່ລະພາກສ່ວນ ໄດ້ພ້ອມກັນຕັ້ງໜ້າເອົາໃຈໃສ່ໂຄສະນາເພຶ່ອໃຫ້ເຂົ້າເຖິງພໍ່ແມ່ປະຊາຊົນ ໃນການມີສ່ວນຮ່ວມ ຮັບຮູ້ຂໍ້ມູນກ່ຽວກັບເຊື້ອພະຍາດໂຄວິດທີ່ມີຄວາມອັນຕະລາຍຮ້າຍແຮງຕໍ່ຊີວິດ ແລະ ເສດຖະກິດ-ສັງຄົມ ກໍຄືການດຳລົງຊີວິດມີຄວາມລຳບາກ ດັ່ງນັ້ນ ຈື່ງຢາກໃຫ້ທຸກຄົນມີຄວາມເຂົ້າໃຈ ແລະ ມີມາດຕະການໃນການປ້ອງກັນທີ່ດີ ເພື່ອບໍ່ໃຫ້ຕິດເຊື້ອໄດ້ງ່າຍ ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ໃນການປະຕິບັດຄໍາສັ່ງຂອງຂັ້ນເທີງ ແລະ ມາດຕະການ ລະບຽບການຕ່າງໆທີ່ໄດ້ກຳນົດອອກຢ່າງເຂັ້ມງວດ.

# ຂ່າວ-ພາບ: ຖວທ ເມືອງຫາດຊາຍຟອງ