ວັນນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 6 ກໍລະນີ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 13 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 13 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.348 ຕົວຢ່າງ ໃນນີ້ ກວດພົບຜູ້ຕິດເຊື້ອທັງໝົດ 6 ກໍລະນີ ມີຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສະຫວັນນະເຂດ 1 ກໍລະນີແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ ແລະ ຫຼວງນ້ຳທາ 1 ກໍລະນີແມ່ນສັນຊາດຈີນທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານຫຼວງນ້ຳທາ ເພື່ອຈະກັບໄປຈີນ ແລ້ວກວດພົບເຊື້ອ (ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງ). 

    ມາຮອດປັດຈຸບັນ ຢູ່ປະເທດເຮົາຕິດເຊື້ອສະສົມທັງໝົດ 1.996 ກໍລະນີ ເສຍຊີວິດສະສົມ 3 ກໍລະນີ ແລະ ປິ່ນປົວຫາຍດີສະສົມ 1.862 ກໍລະນີ ແລະ ກຳລັງປິ່ນປົວ 131 ກໍລະນີ. 

    ສໍາລັບ 4 ກໍລະນີ (ກໍລະນີ 1932 ຫາ 1935 ) ທີ່ພົບຢູ່ນະຄອນຫຼວງວຽງຈັນມີຄື 

  • ກໍລະນີ 1932 ເພດຊາຍ ອາຍຸ 26 ປີ ສັນຊາດລາວ ອາຊີບຄ້າຂາຍ ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ ຫາຍໃຈຝືດ ເຈັບຄໍ ຂີ້ມູກຍ້ອຍ ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ ມາຮອດປັດຈຸບັນນີ້ ພວກເຮົາບໍ່ສາມາດຕິດຕໍ່ຜູ້ກ່ຽວໄດ້ ເພາະເບີໂທຕິດຕໍ່ແມ່ນບໍ່ຖືກຕ້ອງ ປັດຈຸບັນນີ້ແມ່ນກໍາລັງປະສານງານກັບເຈົ້າໜ້າທີ່ ແລະ ອໍານາດການປົກຄອງ ລົງຕິດຕາມຊອກຄົ້ນຫາຜູ້ກ່ຽວ ເພື່ອນໍາເຂົ້າໄປປິ່ນປົວ ດັ່ງນັ້ນ ຖ້າຜູ້ໃດຫາກຮູ້ຂໍ້ມູນກ່ຽວກັບຜູ້ກ່ຽວ ໃຫ້ແຈ້ງມາຍັງສາຍດ່ວນ 165 ຫຼື 166 ຫຼື ນ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ຫຼື 020 55663579 
  • ກໍລະນີ 1933 ເພດຍິງ ອາຍຸ 52 ປີ ອາຊີບ ແມ່ເຮືອນ ເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ຊິດ) ບ້ານດອນແດງ ຮ່ອມ 32 ເມືອງຈັນທະບູລີ ນະຄອນຫຼວວຽງຈັນ ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອຍ ມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021 ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຢາ ປິ່ນປົວ 5 – 6 ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ 
  • ກໍລະນີ 1934 ເພດຍິງ ອາຍຸ 36 ປີ ອາຊີບແມ່ເຮືອນ ບ້ານໜອງແຕ່ງເໜືອ ຮ່ອມ 15 ເມືອງສີໂຄດຕະບອງ ບໍ່ມີອາການຫຍັງ ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ຊິດໂດຍກົງກັບຜູ້ທີ່ຕິດເຊື້ອຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ແລ້ວ ຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021 ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຢາມຢູ່ເຮືອນຂອງຜູ້ກ່ຽວ ວັນທີ ຫາ ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ບ້ານ 
  • ກໍລະນີ 1935 ເພດຍິງ ອາຍຸ 16 ປີ ອາຊີບ ແມ່ບ້ານ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ໄປເກັບຕົວຢ່າງໃນວັນທີ 12 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.

# ພາບ – ຂ່າວ: ຂັນທະວີ

error: Content is protected !!