ໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງຜົນກະທົບໄປທົ່ວສັງຄົມ ໂດຍສະເພາະ ໄລຍະຂອງການປິດຮຽນຊົ່ວຄາວ ຈາກສະພາບດັ່ງກ່າວ ທາງຄະນະຜູ້ບໍລິຫານໂຮງຮຽນອະນຸບານ-ປະຖົມ ແລະ ມັດທະຍົມສຶກສາສົມບູນ ຈອມຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ນຳໃຊ້ໂອກາດດັ່ງກ່າວປັບປຸງທັດສະນິຍະພາບຂອງໂຮງຮຽນຄືນໃໝ່ ໃນໄລຍະຂອງປິດຮຽນຊົ່ວຄາວ ເພື່ອເຮັດໃຫ້ຂອບເຂດບໍລິເວນພາຍໃນໂຮງຮຽນມີຄວາມສະອາດງາມຕາ ເປັນລະບຽບຮຽບຮ້ອຍ ສ້າງສິ່ງແວດລ້ອມສີຂຽວໃຫ້ກັບໂຮງຮຽນ.

ທ່ານ ນາງ ຈອມຄໍາ ໄຊຍະວົງ ເຈົ້າຂອງກິດຈະການ ຜູ້ອໍານວຍການໂຮງຮຽນຈອມຄຳ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ເພື່ອສ້າງວິກິດໃຫ້ເປັນໂອກາດໃນໄລຍະປິດຮຽນຊົ່ວຄາວ ເປັນການຮັບປະກັນໃຫ້ແກ່ການເປີດຮຽນຄືນໃໝ່ ເຮັດໃຫ້ພະນັກງານຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນມີສຸຂະພາບຈິດ-ສຸຂະພາບກາຍທີ່ດີ ໂດຍສະເພາະເປັນການປ້ອງກັນພະຍາດໂຄ-19 ໄດ້ມີການທຳຄວາມສະອາດໂຮງຮຽນ ພົ່ນຢາຂ້າເຊື້ອພາຍໃນຫ້ອງຮຽນ ອາຄານສະຖານທີ່ພາຍໃນໂຮງຮຽນ ລະດົມພະນັກງານຄູ-ອາຈານ ໄປສັກຢາວັກຊິນໃຫ້ຄົບສອງເຂັມ ພ້ອມທັງປັບປຸງທັດສະນິຍະພາບຂອບເຂດບໍລິເວນໂຮງຮຽນຄືນໃໝ່ ໄດ້ນຳພາພະນັກງານຄູ-ອາຈານ ປູກພຶດຜັກສວນຄົວແບບປະສົມປະສານ ປູກພືດກິນໃບ ແລະ ໝາກໄມ້ຫຼາຍຊະນິດ ລວມທັງປູກໄມ້ດອກໄມ້ປະດັບ ແລະ ໄມ້ກິນໝາກ.
ທັງນີ້ ເປັນການສົ່ງເສີມພື້ນຖານຄວາມຮູ້ ປະກອບສ່ວນຈັດຕັ້ງຜັນຂະຫຍາຍ 5 ຫຼັກມູນຂອງການສຶກສາ ສ້າງສວນກະສິກຳຂະໜາດນ້ອຍໃຫ້ພະນັກງານຄູ-ອາຈານ ນຳໃຊ້ເປັນບ່ອນສຶກສາຄົ້ນຄວ້າຮ່ຳຮຽນ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ສ້າງໃຫ້ຮຽນຮູ້ການປູກພືດຜັກສວນຄົວ ທີ່ສຳຄັນ ຍັງເປັນການປະກອບສ່ວນປັບປຸງທັດສະນິຍະພາບພາຍໃນໂຮງຮຽນ ປະກອບສ່ວນຜັນຂະຫຍາຍນະໂຍບາຍ 6ສ ຂອງນະຄອນຫຼວງວຽງຈັນ ໂດຍສະເພາະ ສ ສີຂຽວ ແລະ ສ້າງສິ່ງແວດລ້ອມທີ່ດີໃຫ້ໂຮງຮຽນ.

# ພາບ – ຂ່າວ: ບຸນມີ ສີວິໄລ