ພົບຜູ້ຕິດເຊື້ອເພີ່ມ 11 ກໍລະນີ ໃນນີ້ ນວ 3 ກໍລະນີ

    ທ່ານ ນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ໄດ້ຖະແຫຼງຂ່າວປະຈໍາວັນທີ 12 ມິຖຸນາ 2021 ວ່າ: ວັນທີ 11 ມິຖຸນາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.842 ຕົວຢ່າງ ຜົນກວດວິເຄາະກວດ ພົບຜູ້ຕິດເຊື້ອໃໝ່ 11 ກໍລະນີ ໃນນີ້ ນະຄອນຫຼວງວຽງຈັນ 3 ຄົນ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດໃນຊຸມຊົນ ແລະ ອີກ 1 ຄົນ ແມ່ນກຳລັງຊອກຫາແຫຼ່ງທີ່ມາຂອງການຕິດເຊື້ອ ແລະ ແຂວງ ຈໍາປາສັກ 8 ຄົນ ເປັນກໍລະນີນໍາເຂົ້າ ກວດພົບໃນແຮງງານລາວທີ່ກັບຈາກປະເທດໄທຖືກຕ້ອງຕາມກົດໝາຍ ເປັນຄົນພູມລໍາເນົາແຂວງສາລະວັນ ແລະ ປິ່ນປົວຫາຍດີທັງໝົດ 1.589 ຄົນ ອອກໂຮງໝໍໃໝ່ 24 ຄົນ. 

    ສໍາລັບບ້ານເຂດແດງຢູ່ນະຄອນຫຼວງວຽງຈັນມີ 16 ບ້ານ ຢູ່ໃນ 7 ເມືອງ ໃນນີ້ບ້ານໃໝ່ທີ່ເປັນເຂດແດງ ແມ່ນບ້ານດອນແດງ ເມືອງຈັນທະບູລີ. 

# ຂ່າວ-ພາບ :  ຂັນທະວີ

error: Content is protected !!