ວັນທີ 10 ມິຖຸນາ 2021 ທ່ານນາງ ຈັນທະຈອນ ວົງໄຊ ກົງສູນກິດຕິມະສັກປະເທດປອກຕຸຍການ ປະຈໍາ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມອບເງິນມູນຄ່າ 10 ລ້ານກີບ ຊ່ວຍເຫຼືອສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໂຮງຮຽນສອນຄົນຕາບອດ ບ້ານແຫ່ງແສງສະຫວ່າງ ນະຄອນຫຼວງວຽງຈັນ ເນື່ອງໃນວັນຊາດຂອງປະເທດ ປອກຕຸຍການ ຕາງໜ້າຮັບໂດຍທ່ານ ດຣ ນາງ ພອນສະຫວັນ ຈ່າສານ ຮອງຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ມີຄະນະຮັບຜິດຊອບ ແລະ ສື່ມວນຊົນເຂົ້າຮ່ວມ.

ຈໍານວນເງິນດັ່ງກ່າວ ແມ່ນຈະນໍາໄປປະກອບສ່ວນເຂົ້າໃນການກໍ່ສ້າງຮ່ອງລະບາຍນໍ້າໃນໂຮງຮຽນສອນຄົນຕາບອດບ້ານແຫ່ງແສງສະຫວ່າງ ທີ່ຂຶ້ນກັບສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເນື່ອງຈາກວ່າສະຖານທີ່ດັ່ງກ່າວ ເປັນສະຖານທີ່ໆຕັ້ງຢູ່ໃນລະດັບພື້ນທີ່ຄ້ອຍ-ຕໍ່າ ເມື່ອຝົນຕົກເຮັດໃຫ້ມີນໍ້າຖ້ວມຂັງຢູ່ໃນໂຮງຮຽນ.
# ຂ່າວ & ພາບ: ວຽງມາ