ບໍລິສັດ ສີສົມບັດ ມີນະໂຍບາຍຜ່ອນຜັນໃຫ້ກັບລູກຄ້າ ໃນໄລຍະການລະບາດພະຍາດໂຄວິດ-19​

    ທ່ານ ສີສົມບັດ ພິລາວົງ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈໍາກັດ ໃຫ້ສໍາພາດວັນທີ 20 ເມສາ 2020 ວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ພວກເຮົາໄດ້ຈັດກອງປະຊຸມເພື່ອອະນຸມັດງົບປະມານຈໍານວນໜຶ່ງຂອງບໍລິສັດ ນໍາໄປປະກອບສ່ວນຊ່ວຍພັກ-ລັດຖະບານ ໃນນີ້ໄດ້ອະນຸມັດເບື້ອງຕົ້ນ 1 ຕື້ກີບ ເພື່ອມອບໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ນອກນັ້ນ ມີງົບປະມານສະເພາະຂອງຄອບຄົວ ມູນຄ່າ 100 ລ້ານກີບ ທີ່ໄດ້ແຈກຊ່ວຍເຫຼືອສັງຄົມໃນວັນທີ 15 ເມສາຜ່ານມາ ເຊິ່ງເຫັນວ່າມີຄວາມພິດພາດ ແຕ່ເຖິງຢ່າງໃດກໍຕາມ ບໍລິສັດພວກເຮົາຍັງສືບຕໍ່ຊ່ວຍເຫຼືອແຕ່ລະພາກສ່ວນກ່ຽວຂ້ອງ ສະເພາະວັນທີ 20 ເມສາ 2020 ໄດ້ມອບໃຫ້ແກ່ລັດຖະບານ ເປັນເຂົ້າສານ 50 ໂຕນ ມູນຄ່າ 500 ລ້ານກີບ ແລະ ມອບເງິນສົດໃຫ້ອົງການປົກຄອງ ນວ 250 ລ້ານກີບ ລວມທັງໝົດ 750 ລ້ານກີບ. 

    ພ້ອມນັ້ນ ດ້ວຍຄວາມເຫັນໃຈ ແລະ ເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນ ນອກຈາກປະກອບສ່ວນຊ່ວຍພັກ-ລັດຖະບານແລ້ວ ບໍລິສັດໄດ້ມີນະໂຍບາຍການຈ່າຍສິນເຊື່ອຂອງລູກຄ້າທີ່ຍັງບໍ່ທັນໄດ້ຊໍາລະອອກໄປ 2 ເດືອນ ໂດຍອີງໃສ່ຄວາມສະດວກ ຄວາມພ້ອມຂອງລູກຄ້າ ຈະບໍ່ມີການປັບໃໝ ຈົນກວ່າສະພາບການຈະເຂົ້າສູ່ປົກກະຕິ.​ 

    ດັ່ງນັ້ນໃນນາມສ່ວນຕົວກໍຄືສ່ວນລວມ   ຮຽກຮ້ອງມາຍັງບັນດາຫົວໜ່ວຍທຸລະກິດຜູ້ທີ່ມີເງື່ອນໄຂ ໃຫ້ພ້ອມກັນປະກອບສ່ວນຊ່ວຍເຫຼືອຜູ້ລະເລັກລະໜ້ອຍ ບໍ່ວ່າຈະເປັນວັດຖຸ ຫຼື ປັດໄຈຕ່າງໆ ໃຫ້ແກ່ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ເພື່ອພ້ອມກັນຜ່ານຜ່າ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

# ຂ່າວ & ພາບ: ຂັນທະວີ

error: Content is protected !!