ມີສັດລ້ຽງປະເພດງົວ-ຄວາຍ ຂອງປະຊາຊົນ 126 ບ້ານ ພາຍໃນ 30 ເມືອງ ຂອງ 7 ແຂວງທົ່ວປະເທດ ຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ເກືອບ 11.000 ໂຕ ໃນນີ້ ຕາຍແລ້ວ 100 ກວ່າໂຕ ແລະ ປິ່ນປົວດີແລ້ວ 8.000 ກວ່າໂຕ ແຂວງທີ່ມີສັດຕິດເຊື້ອຫຼາຍກວ່າໝູ່ ແມ່ນແຂວງຄຳມ່ວນ ຈຳນວນ 5.100 ໂຕ ປົວດີ 3.000 ກວ່າໂຕ ຕາຍ 60 ກວ່າໂຕ ຮອງລົງມາແມ່ນແຂວງສະຫວັນນະເຂດ ເກືອບ 4.000 ໂຕ ປົວດີ 3.000 ໂຕ ຕາຍ 60 ໂຕ ສະເພາະຢູ່ນະຄອນຫຼວງວຽງຈັນ ມີສັດຕິດເຊື້ອ 2.000 ກວ່າໂຕ ປົວດີ 1.000 ກວ່າໂຕ ແລະ ຕາຍ 12 ໂຕ.

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ພະຍາດຜີວໜັງອັກເສບງົວ-ຄວາຍ (lumpy skin disease) ເປັນພະຍາດຕິດເຊື້ອໄວຣັສ ເຮັດໃຫ້ສົ່ງຜົນກະທົບຕໍ່ສຸຂະພາບງົວ-ຄວາຍ ແຕ່ບໍ່ສາມາດຕິດສູ່ຄົນໄດ້ ພະຍາດດັ່ງກ່າວ ຕິດຕໍ່ດ້ວຍການສຳຜັດໂດຍກົງ ເຊັ່ນ: ກິນອາຫານທີ່ປົນເປື້ອນເຊື້ອ ໃກ້ຊິດຝູງ ແລະ ສຳຜັດເຊື້ອ ຫຼືໂຕທີ່ມີເຊື້ອຢູ່ ສານຄັດຫຼັ່ງ ຫຼືສະເກັດຂອງໂຕທີ່ຕິດເຊື້ອ ນອກຈາກນີ້ ແມ່ນຕິດໂດຍທາງອ້ອມ ຄື: ແມງດູດເລືອດ (ຍຸງ ເເມງວັນ ໂຕເຫຼືອກ ເຫັບ) ສຳລັບຢູ່ລາວເຮົາ ມີການລາຍງານສະພາບການລະບາດຂອງພະຍາດຊະນິດນີ້ນັບແຕ່ກາງເດືອນເມສາ 2021 ເປັນຕົ້ນມາ.


ຕໍ່ເຫດການລະບາດທີ່ເກີດຂຶ້ນ ກົມລ້ຽງສັດ ແລະ ການປະມົງ ໄດ້ອອກແຈ້ງການແນະນຳກ່ຽວກັບການປ້ອງກັນໃນເຂດທີ່ຍັງບໍ່ມີການຕິດເຊື້ອ ແລະ ວິທີຮັກສາສັດໃນເຂດທີ່ມີການຕິດເຊື້ອ ລວມເຖີງຫ້າມນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານຊົ່ວຄາວ ສັດໃຫຍ່ປະເພດງົວ-ຄວາຍ ລະຫວ່າງປະເທດ ກັບປະເທດໃກ້ຄຽງ ແຂວງຕໍ່ແຂວງ ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານຢ່າງເດັດຂາດ ພາຍໃນກຳນົດ 30 ວັນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ພ້ອມນີ້ ຍັງໄດ້ສະໜອງຢາປົວພະຍາດທີ່ຈຳເປັນໃຫ້ແຕ່ລະທ້ອງຖິ່ນ.

ທ່ານຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ວັກຊິນປ້ອງກັນພະຍາດຜີວໜັງອັກເສບງົວ-ຄວາຍມີຢູ່ແຕ່ໃນຕ່າງປະເທດ ໂດຍສະເພາະ ອາຟຣິກກາ ແລະ ຣັດເຊຍ ເຊິ່ງກົມລ້ຽງສັດ ແລະ ການປະມົງ ຈະພະຍາຍາມຈັດຊື້ມາໃຫ້ໄດ້ ແຕ່ອາດຕ້ອງໃຊ້ເວລາອີກດົນ ເພາະວັກຊິນມີລາຄາແພງສົມຄວນ ສະນັ້ນ ໃນໄລຍະທີ່ບໍ່ມີວັກຊິນປ້ອງກັນນີ້ ຊາວກະສິກອນຜູ້ລ້ຽງສັດໃຫຍ່ ຕ້ອງເອົາໃຈໃສ່ເບິ່ງແຍງສັດລ້ຽງຂອງຕົນ ແລະ ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ພະຍາດດັ່ງກ່າວເກີດຂຶ້ນກັບສັດລ້ຽງຂອງຕົນ.
# ຂ່າວ & ພາບ: ບຸນມີ ສີວິໄລ