ນະຄອນຫຼວງ ໄດ້ຮັບເງິນຊຸກຍູ້ຕ້ານພະຍາດໂຄວິດ-19

    ວັນທີ 9 ມິຖຸນາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທະນາຄານສົ່ງເສີມກະສິກໍາ ມອບເງິນສົດ 20.000.000 ກີບ ໃຫ້ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຕາງໜ້າມອບຂອງທ່ານ ຄໍາສະແຫວງ ສີລິສັກ ຫົວໜ້າພະແນກຫ້ອງການບໍລິຫານ ທະນາຄານສົ່ງເສີມກະສິກຳ ແລະ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!