ລະຫວ່າງວັນທີ 2-4 ມິຖຸນາ 2021 ຜ່ານມາ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ນະຄອນຫຼວງ ວຽງຈັນ ຈັດການສອບເສັງທົດລອງສຳລັບ ມ4 ແລະ ມ7 ຂຶ້ນ ເນື່ອງຈາກການລະບາດຂອງພະຍາດ Covid-19 ເຮັດໃຫ້ຕ້ອງປິດການຮຽນຮອບສອງ ໄດ້ເຮັດໃຫ້ການຮຽນ-ການສອນ ຕ້ອງໄດ້ຢຸດພັກຕັ້ງແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ເຊິ່ງທາງໂຮງຮຽນໄດ້ຈັດຕັ້ງການຮຽນ-ການສອນທາງອອນລາຍໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: Whatapp messenger zoom google meet messenger room ແລະ ຕິດຕາມການອັດວີດີໂອການສອນແຕ່ລະວິຊາຮຽນໃນຊັ້ນ ມ4 ແລະ ມ7 ໃຫ້ກັບນັກຮຽນໄດ້ຮໍ່າຮຽນ ແລະ ຄົ້ນຄວ້າຢູ່ເຮືອນ.

ສະນັ້ນ ເພື່ອປະເມີນການຮຽນ-ການສອນທາງອອນລາຍ ເພື່ອກຽມຄວາມພ້ອມໃຫ້ກັບນັກຮຽນຊັ້ນ ມ4 ແລະ ມ7 ທີຈະເສັງຈົບຊັ້ນໃນທ້າຍເດືອນ 7 ໃຫ້ໄດ້ 100% ແລະ ເພື່ອສ້າງໃຫ້ນັກຮຽນມີພື້ນຖານທາງດ້ານໄອທີໄປພ້ອມໆກັນ ຈຶ່ງຈັດການສອບເສັງທົດລອງຂຶ້ນ ເຊິ່ງມີນັກຮຽນເຂົ້າຮ່ວມການສອບເສັງທັງໝົດ 940 ຄົນ ຍິງ 540 ຄົນ ໃນນັ້ນ ມີນັກຮຽນຊັ້ນ ມ4 ຈຳນວນ 420 ຄົນ ຍິງ 237 ຄົນ ແລະ ນັກຮຽນຊັ້ນ ມ7 ຈຳນວນ 520 ຄົນ ຍິງ 303 ການສອບເສັງ ມີ 9 ວິຊາ ວິຊາລະ 40 ຂໍ້ ຄື: ວິຊາພາສາລາວ-ວັນນະຄະດີ ພູມສາດ ຟີຊິກສາດ ເຄມີສາດ ປະຫວັດສາດ ຊີວະສາດ ຄະນິດສາດ ພາສາອັງກິດ ແລະ ວິຊາສຶກສາພົນລະເມືອງ ເຊິ່ງການສອບເສັງເປັນແບບປາລະໄນ.


ຜົນການສອບເສັງຄັ້ງນີ້ ສະເພາະນັກຮຽນຊັ້ນ ມ4 ສະເລ່ຍຄະແນນສອບເສັງແຕ່ລະວິຊາ ຕໍ່າສຸດ 1 ຫາ 4 ຄະແນນ ມີ 9% ຄະແນນ ສູງສຸດໄດ້ຄະແນນ 10 ມີ 24% ຊັ້ນ ມ7 ສາມາດຜ່ານ 100%.

ສຳລັບການສອບເສັງເລື່ອນຂັ້ນຮຽນສຳລັບນັກຮຽນຫ້ອງ ມ1 ມ2 ມ3 ມ5 ແລະ ມ6 ຕາມການຕົກລົງເອກະ ພາບໃນທີ່ປະຊຸມຂອງໂຮງຮຽນ ເຮົາໄດ້ເອົາຄະແນນເດືອນ 2 3 4 ບວກກັນຫານ 3 ສະເລ່ຍອອກມາແລ້ວ ມາບວກໃສ່ກັບຄະແນນສະເລ່ຍພາກຮງນ 1 ຫານສອງ ຖ້າຫາກນັກຮຽນຜູ້ໃດຫຼຸດ 5 ຄະແນນ ແມ່ນໄດ້ສອບເສັງຄືນ ເຊິ່ງສະເລ່ຍອອກມາແລ້ວ ຄາດວ່າຈະມີນັກຮງນໄດ້ສອບເສັງຄືນ ຈຳນວນ 1.000 ເທື່ອຄົນ.

# ຂ່າວ & ພາບ: ບຸນມີ ສີວິໄລ