ຫົວເຫວີຍ ເຜີຍແຜ່ຜະລິດຕະພັນໃໝ່ທີ່ຂັບເຄື່ອນໂດຍ HarmonyOS 2 ແລະ ສະໜັບສະໜູນການເຮັດວຽກຫຼາຍກວ່າ 100 ອຸປະກອນ

    ຫົວເຫວີຍ ນໍາສະເໜີໂທລະສັບສະມາດໂຟນ ໂມງອັດສະລິຍະ ແລະ ຄອມພິວເຕີ ລວມເຖິງ HUAWEI WATCH 3 series HUAWEI MatePad Pro ທີ່ໃຊ້ງານໂດຍລະບົບປະຕິບັດການ HarmonyOS 2 ຮຸ່ນໃໝ່ ໃນອາທິດຜ່ານມາ ຢູ່ເມືອງເຊິນເຈິ້ນ ສປ ຈີນ ເຊິ່ງຫົວເຫວີຍໄດ້ຖືໂອກາດນີ້ເປີດເຜີຍອຸປະກອນຫຼາຍກວ່າ 100 ອຸປະກອນ ທີ່ສາມາດຍົກລະດັບໃຫ້ໃຊ້ງານ HarmonyOS 2 ເຮັດໃຫ້ຜູ້ຊົມໃຊ້ເຂົ້າເຖິງປະສົບການທີ່ຊານສະຫຼາດ ຜ່ານອຸປະກອນຫຼວງຫຼາຍໃນສະຖານະການແຕກຕ່າງກັນ.

    ປັດຈຸບັນ ອ້ອມຕົວຂອງຜູ້ຊົມໃຊ້ເກີດມີທາງເລືອກນັບມື້ຫຼາຍຂຶ້ນ ຍ້ອນການແບ່ງແຍກຂອງລະບົບ ສົ່ງຜົນໃຫ້ການເຊື່ອມຕໍ່ມີຄວາມຊັບຊ້ອນ ການຄວບຄຸມມີຄວາມຫຍຸ້ງຍາກ ປະສົບການຈໍາກັດ ເຮັດໃຫ້ບໍ່ສາມາດຮັບປະສິດທິຜົນທີ່ດີທີ່ສຸດໄດ້ ໃນຖານະທີ່ເປັນລະບົບປະຕິບັດການຮຸ່ນໃໝ່ ສຳລັບອຸປະກອນທີ່ຊານສະຫຼາດ HarmonyOS ໄດ້ກະກຽມພາສາກາງສຳລັບອຸປະກອນທີ່ແຕກຕ່າງກັນ ເພື່ອການເຊື່ອມຕໍ່ ແລະ ເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ ໃຫ້ຜູ້ຊົມໃຊ້ໄດ້ຮັບປະສົບການທີ່ສະດວກ ງ່າຍ ແລະ ປອດໄພ ໂດຍໃຊ້ເຕັກໂນໂລຊີແບບການກະຈາຍ ເພື່ອໃຫ້ຕອບສະໜອງຄວາມຕ້ອງການຂອງອຸປະກອນປະເພດຕ່າງໆດ້ວຍລະບົບດຽວ ເຊິ່ງຈະເຮັດໃຫ້ການນຳໃຊ້ເໝາະສົມກັບຕາມຄວາມຕ້ອງການ ສຳລັບນັກພັດທະນາ HarmonyOS ຊ່ວຍໃນການປັບໃຊ້ແອັບຂ້າມອຸປະກອນ ເຮັດໃຫ້ການພັດທະນາແອັບໃນອຸປະກອນຕ່າງໆງ່າຍຂຶ້ນກວ່າເກົ່າ.

    ການໂຕ້ຕອບລະຫວ່າງອຸປະກອນຫຼາຍເຄື່ອງ ກັບ HarmonyOS ຊ່ວຍໃຫ້ຜູ້ຊົມໃຊ້ສາມາດຄວບຄຸມອຸປະກອນຕ່າງໆໄດ້ງ່າຍຄືກັບການເຮັດວຽກຂອງອຸປະກອນໜຶ່ງເຄື່ອງ ສູນຄວບຄຸມໃໝ່ ໄດ້ສ້າງວິທີການເຊື່ອມຕໍ່ແບບງ່າຍດາຍ ແລະ ມີຄວາມລະອຽດ ເຊິ່ງສາມາດເຊື່ອມຕໍ່ອຸປະກອນໄດ້ຕາມທີ່ຕ້ອງການ ເຊັ່ນ: ເມື່ອຕ້ອງການເບິ່ງຮູບເງົາຢູ່ເຮືອນຕອນກາງຄືນ ສິ່ງທີ່ຕ້ອງເຮັດຄື ເປີດແຜງຄວບຄຸມ ແລະ ກົດໃສ່ສັນຍະລັກ ໜ້າຈໍອັດສະລິຍະໄປຫາສັນຍະລັກໜ້າຈໍໂທລະສັບ ຈາກນັ້ນ ວີດີໂອຮູບເງົາຈະຖືກເຊື່ອມຕໍ່ເຂົ້າໜ້າຈໍໂດຍອັດຕະໂນມັດ ຖ້າຕ້ອງການໃຊ້ HUAWEI FreeBuds 4 ພຽງແຕ່ກົດໃສ່ສັນຍະລັກຂອງຫູຟັງໃສ່ໂທລະສັບ ຈາກນັ້ນ ສຽງຂອງຮູບເງົາກໍຈະສາມາດໄດ້ຍິນຜ່ານຫູຟັງຂອງທ່ານທັນທີ.

    ຫົວເຫວີຍ ມີຄວາມມຸ່ງໝັ້ນຢ່າງຍິ່ງ ທີ່ຈະປົກປ້ອງຄວາມເປັນສ່ວນຕົວ ແລະ ຄວາມປອດໄພໃຫ້ຜູ້ຊົມໃຊ້ HarmonyOS ຈະສືບຕໍ່ພັດທະນາຄວາມສາມາດດ້ານເຕັກໂນໂລຊີດ້ານຄວາມເປັນສ່ວນຕົວ ແລະ ຄວາມປອດໄພ ຫຼັກການອອກແບບຂອງຫົວເຫວີຍ ແມ່ນເພື່ອໃຫ້ແນ່ໃຈວ່າມີພຽງບຸກຄົນທີ່ເໝາະສົມເທົ່ານັ້ນ ທີ່ສາມາດເຂົ້າເຖິງຂໍ້ມູນສ່ວນຕົວໄດ້ ລວມເຖິງຄວາມປອດໄພໃນການຈັດເກັບຂໍ້ມູນຕ່າງໆໃນອຸປະກອນ ເມື່ອເປີດໃຊ້ງານການກວດສອບເອກະລັກສະເພາະແລ້ວ ຜູ້ໃຊ້ສາມາດປົດລ໋ອກຫຼາຍອຸປະກອນ ໂດຍການຈົດຈໍາໃບໜ້າໃນໂທລະສັບຂອງເຂົາ ໃນເວລາດຽວກັນ HarmonyOS ກຳນົດລະດັບຄວາມປອດໄພ ສຳລັບການຄຸ້ມຄອງການຈັດປະເພດຂໍ້ມູນຂອງຜູ້ໃຊ້ ພຽງແຕ່ອຸປະກອນທີ່ຕອບສະໜອງກັບຄວາມຕ້ອງການໃນລະດັບຄວາມປອດໄພສາມາດເຂົ້າເຖິງຂໍ້ມູນຂອງລະດັບຄວາມປອດໄພທີ່ສອດຄ່ອງກັນ ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໄດ້ຫຼາຍເຄື່ອງດ້ວຍຄວາມໝັ້ນໃຈ ຈາກການພັດທະນາໂປຣແກຣມ ການຕິດຕັ້ງຈົນເຖິງການດຳເນີນງານ ຈະປາກົດໃຫ້ເຫັນການທົດສອບຫຼາຍຄັ້ງ ເພື່ອສ້າງລະບົບນິເວດ HarmonyOS ທີ່ປອດໄພ.

    ທ່ານ Yu Chengdong ຜູ້ອຳນວຍການບໍລິສັດຫົວເຫວີຍ ແລະ ຜູ້ບໍລິຫານຝ່າຍກຸ່ມທຸລະກິດ ກ່າວວ່າ: ທຸກວັນນີ້ ພວກເຮົາຖືກອ້ອມຮອບໄປດ້ວຍອຸປະກອນທີ່ສະຫຼາດຂຶ້ນເລື້ອຍໆ ແລະ ຢູ່ໃນໂລກທີ່ທຸກສິ່ງທຸກຢ່າງສາມາດເຊື່ອມຕໍ່ຫາກັນ ພວກເຮົາທຸກຄົນເປັນສ່ວນໜຶ່ງຂອງໂລກທີ່ເຊື່ອມຕໍ່ກັນຄືກັບທຸກອຸປະກອນ ພວກເຮົາຫວັງວ່າຈະໄດ້ຮ່ວມມືກັບຄູ່ຮ່ວມງານ ແລະ ນັກພັດທະນາຫຼາຍຂຶ້ນ ເພື່ອສ້າງລະບົບນິເວດ HarmonyOS ທີ່ມີຊີວິດຊີວາ ແລະ ມອບປະສົບການ ແລະ ການບໍລິການທີ່ດີກວ່າເກົ່າແກ່ລູກຄ້າທົ່ວໂລກ. 

# ຂ່າວ & ພາບ: ສະບາໄພ 

error: Content is protected !!