ສປປ ລາວ ໄດ້ຮັບເລືອກຕັ້ງເປັນຮອງປະທານສະມັດຊາໃຫຍ່ ສປຊ

    ວັນທີ 7 ມີຖຸນາ 2021 ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ (ສປຊ) ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72 ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir) ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75 ເຊິ່ງໃນກອງປະຊຸມ ໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76. 

    ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະໝັກສອງທ່ານຄື: ທ່ານ Zalmai Rassoul ອະດີດລັດຖະມົນຕີການຕ່າງປະເທດອັຟການິດສະຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ ຜົນການເລືອກຕັ້ງ ແມ່ນທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ພ້ອມນັ້ນ ກໍໄດ້ເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໃນນັ້ນ ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເທດ ກູເວດ ສປປ ລາວ ແລະ ຟິລິບປິນ.  

ການເຮັດໜ້າທີ່ ຂອງປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ່ມຈາກເດືອນກັນຍາ 2021 ຫາເດືອນກັນຍາ 2022 ເຊິ່ງເປັນໄລຍະທີ່ມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດໂຄວິດ-19 ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ ວິກິດການດ້ານເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກ ການເຮັດໜ້າທີ່ດັ່ງກ່າວ ຍັງເປັນການສືບຕໍ່ຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະ ໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆໃນຂອບສະມັດຊາໃຫຍ່ ສປຊ ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນ ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນໃນເດືອນ ກັນຍາ 2021 ເຊິ່ງຈະມີຜູ້ນຳຂັ້ນປະມຸກລັດ ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ ການປະຕິບັດໜ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ໃນທ່າມກາງສະພາບທີ່ມີການຜັນແປຕະຫຼອດເວລາ ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງສະມັດຊາໃຫຍ່ ສປຊ ລວມທັງການປຶກສາຫາລືຮ່ວມກັບປະເທດສະມາຊິກ ສປຊ ກ່ຽວກັບບັນຫາສໍາຄັນຕ່າງໆທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ ເຊັ່ນ: ການລິເລີ່ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆໂດຍອີງຕາມການມອບໝາຍຂອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76. 

    ສະມັດຊາໃຫຍ່ ສປຊ ແມ່ນໜຶ່ງໃນ 6 ອົງກອນຫຼັກຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945 ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ ທັງເປັນເວທີໃນການຖະແຫຼງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 50 ໃນປີ 1995.  

# ຂ່າວ & ພາບ: ລັດເວລາ

error: Content is protected !!