ວັນທີ 8 ມິຖຸນາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະນາສໍາພັນລາວ ໄດ້ສືບຕໍ່ເຄື່ອນໄຫວແຈກຢາຍເຂົ້າສານໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຊິ່ງປະກອບມີບ້ານຈອມເພັດເໜືອ ບ້ານໄຊສະຫວ່າງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈໍານວນ 130 ຄອບຄົວ.

ການມອບເຂົ້າສານຄັ້ງນີ້ ເພື່ອເປັນສ່ວນໜຶ່ງປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຊິ່ງເຂົ້າສານດັ່ງກ່າວໄດ້ຮັບການປະກອບສ່ວນຈາກ ນາງສົມຮັກ ທຳມະວົງສາ ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ນາງສິດທະມີ ນາງ ບົວພາ ທ່ານໝໍວິລະສັກ ນາງ ຕ້ອມ ແລະ ນາງ ແກ້ວ.

# ຂ່າວ-ພາບ : ຂັນທະວີ