ສືບຕໍ່ການຖ່າຍທຳ ແລະ ການຕັດຕໍ່ຢູ່ໃນສະຕູດີໂອ ຍ້າຍໄປຈັດຕັ້ງຢູ່ເຮືອນ

    ທ້າຍເດືອນເມສາ 2021 ຜ່ານມາ ທີມງານຈາກສູນພັດທະນາສື່ການຮຽນ-ການສອນ ທາງເອເລັກໂຕຣນິກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ ສູນການສຶກສາຮຽນຮ່ວມ ແລະ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ  ໄດ້ຈັດຕັ້ງການຖ່າຍທຳພາສາມື ເພື່ອເພີ່ມເຂົ້າໃນວິດີໂອສຳລັບການພັດທະນາຄູຊຸດໃໝ່ຢ່າງຂຸ້ນຂ້ຽວ.

    ພາຍຫຼັງມີແຈ້ງການກ່ຽວກັບການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງເຮັດໃຫ້ທີມງານບໍ່ສາມາດຈັດຕັ້ງການຖ່າຍທຳໃຫ້ສຳເລັດຢູ່ໃນສະຕູດີໂອດັ່ງກ່າວໄດ້ອີກ ດັ່ງນັ້ນ ຄູສອນຊັ້ນປະຖົມສຶກສາ ແລະ ຄູເຝິກ ໄດ້ນຳໃຊ້ວິດີໂອເຫຼົ່ານັ້ນເພື່ອເປັນການຮຽນດ້ວຍຕົນເອງ ພ້ອມທັງນໍາໃຊ້ເຂົ້າໃນກິດຈະກໍາກ່ຽວກັບເຕັກນິກການຮຽນ-ການສອນ ແລະ ວິທີການຮຽນ-ການສອນທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ໃນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສໍາລັບຫຼັກສູດຂັ້ນ ປ3 ສະບັບປັບປຸງໃໝ່ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນກັນຍາ 2021 ທີ່ຈະມາເຖິງ ສິ່ງສຳຄັນ ໃນວຽກງານດັ່ງກ່າວ ແມ່ນພວກເຮົາຊອກຫາວິທີທາງເພື່ອສືບຕໍ່ການຜະລິດວິດີໂອໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19.  

    ເຖິງຈະມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນ ໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ດ້ວຍແນວຄວາມຄິດສ້າງສັນຂອງທີມງານການຜະລິດ ທີ່ເຮັດວຽກຢູ່ເຮືອນ ຈຶ່ງເຮັດໃຫ້ທີມງານໄດ້ຜະລິດສອງວິດີໂອຈົນສຳເລັດ ວິດີໂອທຳອິດ ແມ່ນການສາທິດວິທີການຮຽນ-ການສອນ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງໃນຫ້ອງຮຽນ ພ້ອມທັງການໃຫ້ຄຳແນະນຳຄູ ໃນການຈັດຕັ້ງປະຕິບັດວິທີການຮຽນ-ການສອນແບບໃໝ່ໃນຫ້ອງຮຽນ ສໍາລັບວິດີໂອທີສອງ ແມ່ນການສາທິດເຕັກນິກທີ່ສຳຄັນໃນການສອນສຽງໃນຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາອັງກິດຂັ້ນ ປ3 ເຊິ່ງຈະເລີ່ມນຳໃຊ້ເຂົ້າໃນການສິດສອນໃນເດືອນກັນຍາ 2021 ນີ້. 

    ທ່ານສາມາດເຂົ້າໄປເບີ່ງວິດີໂອຊຸດໃໝ່ ແລະ ວິດີໂອອື່ນໆໄດ້ ໂດຍຜ່ານທາງຊ່ອງຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ວິດີໂອຊຸດໃໝ່ທັງໝົດ ໄດ້ມີພາສາມືເພີ່ມເຂົ້າໃນວິດີໂອເພື່ອຊ່ວຍໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ.

# ຂ່າວ-ພາບ : ບຸນມີ ສີວິໄລ

error: Content is protected !!