ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ

    ວັນທີ 7 ມິຖຸນາ 2021 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ເມືອງຊົງຊິງ ປະເທດ ສປ ຈີນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫວາງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ Teodoro Locsin ລັດຖະມົນຕີຕ່າງປະເທດຂອງຟິລິບປິນ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນ ບັນດາໝາກຜົນແຫ່ງການຮ່ວມມື ອາຊຽນ-ຈີນ ທີ່ເປັນຮູບປະທໍາໃນໄລຍະ 30 ປີຜ່ານມາ ເຊິ່ງກວມເອົາສາມເສົາຄ້ຳ ການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ) ພ້ອມທັງຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງ 2 ຝ່າຍ ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ທີ່ປະກອບດ້ວຍແຜນການຮ່ວມມືໄລຍະສັ້ນ ແລະ ໄລຍະຍາວ ສໍາລັບການຮ່ວມມືໃນໄລຍະສັ້ນ ຫຼືຮີບດ່ວນ ອາຊຽນ ແລະ ຈີນ ຈະສຸມໃສ່ຮັດແໜ້ນການຮ່ວມມືໃນການຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຫຼັງການລະບາດຂອງພະຍາດໂຄວິດ-19 ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ເປັນຕົ້ນ ການຄົ້ນຄວ້າ-ພັດທະນາ (R&D) ຢາວັກຊິນຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກຊິນ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX) ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19 ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງ ອາຊຽນ ແລະ ການສະໜັບສະໜູນຈຸລະວິສາຫະກິດ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຣນິກຮ່ວມກັນໄດ້ ສໍາລັບການຮ່ວມມືໃນໄລຍະຍາວ ອາຊຽນ ແລະ ຈີນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025) ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

    ນອກນີ້ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການສົ່ງເສີມການ​ພົວ​ພັນ​ຮ່ວມ​ມືທີ່​ສ້າງ​ສັນ ລະຫວ່າງບັນດາປະເທດມະຫາອໍານາດ ແລະ ອື່ນໆ.

    ໃນກອງປະຊຸມຄັ້ງນີ້ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ພິເສດ ແມ່ນການຊ່ວຍເຫຼືອໃນການສະໜອງວັກຊິນຕ້ານໂຄວິດ-19 ທັງຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

    ທ່ານລັດຖະມົນຕີຕ່າງປະເທດ ໄດ້ສະເໜີໃຫ້ກອງປະຊຸມພິຈາລະນາບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເຊັ່ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການສະໜັບສະໜູນການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ການສະໜັບສະໜູນການເຊື່ອມຈອດອາຊຽນ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ການພັດທະນາຊັບພະຍາກອນມະນຸດ ແລະ ການຖ່າຍທອດບົດຮຽນ ແລະ ປະສົບການໃນວຽກງານການຫຼຸດຜ່ອນຄວາມທຸກຍາກ.

    ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ (PMC) ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ໃນເດືອນຕຸລາ 2021.

    ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ບຸຍ ແທັງ ເຊີນ ລັດຖະມົນຕີຕ່າງປະເທດຂອງ ສສ.ຫວຽດນາມ ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃນການພົບປະສອງຝ່າຍ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈລັດຖະບານ ສສ ຫວຽດນາມ ທີ່ໄດ້ສົ່ງທີມແພດ ແລະ ມອບອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຮັບມືກັບພະຍາດໂຄວິດ-19 ຈົນໄດ້ຮັບຜົນສໍາເລັດໂດຍພື້ນຖານ.

# ຂ່າວ-ພາບ : ລັດເວລາ

error: Content is protected !!