ກວດພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ຈາກນະຄອນຫຼວງວຽງຈັນ

    ໂດຍອີງຕາມການຖະແຫຼງຂ່າວປະຈຳວັນທີ 8 ມິຖຸນາ 2021 ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ຂອງທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ປັດຈຸບັນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 174.360.639 ຄົນ ເສຍຊີວິດ 3.751.631 ຄົນ ແລະ ປີ່ນປົວຫາຍດີ 157.885.962 ຄົນ ສຳລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ຍັງແມ່ນປະເທດສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

     ທ່ານ ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ: ໃນວັນທີ 7 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິ ເຄາະທັງໝົດ 1.485 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (ຈາກ ກຸ່ມຕິດເຊື້ອຢູ່ຫ້ອງເຊົ່າບ້ານຕານມີໄຊ ແລະ ອີກກໍລະນີໜຶ່ງ ແມ່ນມາຈາກກຸ່ມຢູ່ອາພາດເມັນອຸດົມພອນ).

    ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 1.970 ຄົນ (ໃໝ່ 2 ກໍລະນີ) ເສຍຊີວິດ 3 ກໍລະນີ (ໃໝ່ 0) ປີ່ນປົວຫາຍດີທັງໝົດ 1.773 ກໍລະນີ (ໃໝ່ 53) ແລະ ກໍາລັງປິ່ນປົວ 191 ກໍລະນີ ສຳລັບຈຳນວນບ້ານແດງໃນນະຄອນຫຼວງວຽງຈັນ ມີທັງໝົດ 17 ບ້ານ ໃນ 6 ເມືອງ.

    ທ່ານ ນາງ ລັດສະໝີ ວົງຄຳຊາວ ກ່າວອີກວ່າ: ສະພາບການລະບາດພະຍາດ COVID-19 ໃນທົ່ວໂລກຍັງຄົງສືບຕໍ່ເພີ່ມຂຶ້ນ ເຊິ່ງເປັນຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ບັນດາປະເທດອ້ອມຂ້າງ ສປປ ລາວ ກໍຍັງສືບຕໍ່ມີການລະບາດໃນຊຸມຊົນເປັນວົງກ້ວາງ ເຖິງວ່າການລະບາດຢູ່ໃນປະເທດຂອງພວກເຮົາຈະມີທ່າອ່ຽງຫຼຸດລົງ ແຕ່ກໍຍັງໄດ້ຮັບການລາຍງານໃນແຕ່ລະວັນ ຍັງກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນ ແລະ ມີບາງກໍລະນີບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

    ຕໍ່ກັບສະພາບການດັ່ງກ່າວ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃໝ່ ສະບັບເລກທີ 595/ຫສນຍ ລົງວັນທີ 4 ມີຖຸນາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປ ລາວ ເຊິ່ງເປັນໄລຍະທີ 4 ຈົນເຖິງວັນທີ 19 ມີຖຸນາ 2021 ແລະ ຍັງສືບຕໍ່ປະຕິບັດມາດຕະການ ຕາມຄຳສັ່ງເລກທີ 15/ນຍ.

    ສໍາລັບຢາວັກຊິນ Pfizer ທີ່ໄດ້ຮັບຈາກ COVAX facility ຈໍານວນ 100.620 ໂດສ ເຊິ່ງສາມາດສັກໄດ້ຈໍານວນ 50.310 ຄົນ ເຊິ່ງຄະນະສະເພາະກິດເຫັນດີທີ່ຈະສັກໃຫ້ແກ່ປະຊາຊົນຢູ່ແຕ່ໃນນະຄອນ ຫຼວງວຽງຈັນກ່ອນ ເນື່ອງຈາກວ່າວັກຊິນດັ່ງກ່າວແມ່ນມີຈໍານວນຈໍາກັດ ຈຶ່ງບໍ່ສາມາດສະໜອງໃຫ້ໄດ້ທຸກໆແຂວງໃນຂອບເຂດທົ່ວປະເທດ ແລະ ອີກອັນໜຶ່ງ ລະບົບການເກັບຄວາມເຢັນໃນແຕ່ລະແຂວງແມ່ນຍັງບໍ່ມີຄວາມພ້ອມ ເຊິ່ງລະບົບຄວາມເຢັນຕ້ອງໄດ້ເກັບຮັກສາໄວ້ໃນລະບົບຄວາມເຢັນ -80 ອົງສາ C ເຖິງຢ່າງໃດກໍດີ ພັກ ແລະ ລັດຖະບານ ຍັງໄດ້ສືບຕໍ່ປະສານກັບ COVAX Facility ແລະ ບັນດາປະເທດເພື່ອນມິດ ເພື່ອໃຫ້ໄດ້ຢາວັກຊິນຊະນິດດັ່ງກ່າວມາສັກໃຫ້ກັບພໍ່ແມ່ປະຊາຊົນ ອີງຕາມແຜນໃນປີ 2021 ນີ້ ການສັກວັກຊິນແມ່ນໃຫ້ປົກຄຸມເຖິງ 50% ຂອງຈໍານວນປະຊາກອນທັງໝົດ.

# ຂ່າວ-ພາບ : ຊິລິການດາ

error: Content is protected !!