ວັກຊິນຟາຍເຊີ ຈະບໍລິການສັກໃຫ້ກຸ່ມເປົ້າໝາຍຢູ່ ນວ ຈຸດດຽວ

    ທ່ານ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານສັກວັກຊິນກັນພະຍາດໂຄວິດ-19 ວັນທີ 7 ມິຖຸນາ 2021 ວ່າ: ມາຮອດວັນທີ 6 ມິຖຸນາ ທົ່ວປະເທດສາມາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ໄດ້ ຈໍານວນ 686.794 ຄົນ ກວມເອົາ 9,36% ຂອງອັດຕາປົກຄຸມປະຊາກອນ ເຂັມທີ 2 ສາມາດສັກໄດ້ 313.402 ຄົນ ກວມເອົາ 4,27% ທີ່ສັກຄົບສອງເຂັມ ປັດຈຸບັນ ຢູ່ແຕ່ລະຈຸດ ຢູ່ແຕ່ລະໂຮງໝໍເມືອງ ແຂວງ ແລະ ສູນກາງ ທີ່ກຳລັງສືບຕໍ່ເລັ່ງລັດສັກເຂັມທີ 2 ໃຫ້ຄົບຕາມໄລຍະອາຍຸ ສະນັ້ນ ການສັກເຂັມທີ 2 ຈະໄດ້ເລັ່ງໃສ່ວັກຊິນ 2 ຊະນິດຄື: ຊີໂນຟາມ ແລະ ແອັສຕາຊີເນກາ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ທີ່ສັກເຂັມທີ 1 ແລ້ວ ຈົ່ງສືບຕໍ່ໄປຮັບການສັກວັກຊິນເຂັມທີ 2 ຕາມໄລຍະເວລາທີ່ແພດໝໍໄດ້ກຳນົດໄວ້ໃນບັດຂຽວ ແຕ່ສໍາຄັນ ຢາກແຈ້ງໃຫ້ຮູ້ວ່າ ການສັກວັກຊິນແອັສຕາຊີເນກາ ໃນປັດຈຸບັນ ອົງການອະນາໄມໂລກໄດ້ມີການປັບປຸງໄລຍະເວລາການສັກຢາດັ່ງກ່າວ ຈາກເມື່ອກ່ອນ 12 ອາທິດ ມາເປັນ 8 ອາທິດ ດັ່ງນັ້ນ ຖ້າຜູ້ໃດສັກຢາດັ່ງກ່າວ ສາມາດໄປຮັບການສັກຕໍ່ເຂັມທີ 2 ໄດ້ແລ້ວ ໂດຍກວດເບິ່ງບັດຂຽວຂອງຕົນເອງ ຖ້າອາຍຸການຮອດ 8 ອາທິດ ສາມາດນໍາບັດຂຽວໄປສືບຕໍ່ຮັບການສັກວັກຊິນເຂັມສອງຈາກແພດໝໍຕາມຈຸດບໍລິການທີ່ກຳນົດໄວ້.

    ພິເສດ ມີຂ່າວດີມາແຈ້ງ ວັກຊິນຟາຍເຊີປ້ອງກັນໂຄວິດ-19 ຊຸດໃໝ່ທີ່ລັດຖະບານໄດ້ຮັບຈາກໂຄງການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (CoVAX) ຈໍານວນ 100.620 ໂດສ ແມ່ນຈະນໍາໃຊ້ສັກບໍລິການຢູ່ນະຄອນຫຼວງວຽງຈັນຈຸດດຽວ ເນື່ອງຈາກວ່າວັກຊິນດັ່ງກ່າວຕ້ອງຮັກສາໃນອຸນຫະພູມລົບ 80 ອົງສາ ເຊິ່ງຈະເລີ່ມສັກວັນທີ 15 ມິຖຸນາ 2021 ໂດຍກຸ່ມເປົ້າໝາຍທີ່ຈະໄດ້ຮັບການສັກວັກຊິນດັ່ງກ່າວ ແມ່ນກຸ່ມທິ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນໂຄວິດ-19 ຊະນິດອື່ນ ກຸ່ມຄົນທີ່ມີອາຍຸ 60 ຂຶ້ນໄປ ໂດຍກວດເບິ່ງບັດປະຈໍາຕົວ ຫຼືື ເອກະສານຢັ້ງຢືນອື່ນໆ ກຸ່ມຄົນທີ່ມີຄວາມສ່ຽງ ພະນັກງານ-ລັດຖະກອນ ແພດໝໍ ຜູ້ເຮັດວຽກໃນຈຸດຜ່ານແດນສາກົນ ຜູ້ທີ່ເດີນທາງເຂົ້າ-ອອກພາຍໃນ ແລະ ຕ່າງປະເທດທີ່ບໍ່ສາມາດຮັບວັກຊິນຊະນິດອື່ນໄດ້ ກຸ່ມທີ່ມີພະຍາດປະຈໍາໂຕເຊັ່ນ: ໝາກໄຂ່ຫຼັງ ເບົາຫວານ ຄວາມດັນເລືອດສູງ ທາງເດີນຫາຍໃຈ ແລະ ພະຍາດອື່ນໆ ໂດຍແພດໝໍຈະເປັນຜູ້ພິຈາລະນາ ກວດເບິ່ງຫຼັກຖານການປິ່ນປົວ ແລະ ການບົ່ງມະຕິພະຍາດ ສະນັ້ນ ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ຂັ້ນເມືອງ ຂັ້ນບ້ານຢູ່ນະຄອນຫຼວງວຽງຈັນ ຂຶ້ນບັນຊີກຸ່ມເປົ້າໝາຍທີ່ໄດ້ດຳນົດໃຫ້ສໍາເລັດກ່ອນວັນທີ 15 ມິຖຸນາ 2021 ພ້ອມທັງປຸກລະດົມກຸ່ມເປົ້າໝາຍເຂົ້າເຖິິງການບໍລິການຕາມຈຸດບໍລິການກໍານົດເລີ່ມແຕ່ວັນທີ 15-30 ມິຖຸນານີ້.

​                           # ຂ່າວ & ພາບ:  ຂັນທະວີ

error: Content is protected !!