ທ່ານ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 7 ມິຖຸນາ 2021 ໃຫ້ຮູ້ວ່າ:

ວັນທີ 6 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.873 ຕົວຢ່າງ ໃນນັ້ນ ກວດພົບຜູ້ເຊື້ອໃໝ່ 5 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 1 ຄົນ (ຈາກການເກັບຕົວຢ່າງ 1.323 ຕົວຢ່າງ) ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ທີ່ອາໄສຢູ່ຕຶກດຽວກັນ ແຂວງສະຫວັນນະເຂດ 3 (ຈາກການເກັບຕົວຢ່າງ 79 ຕົວຢ່າງ) ແລະ ແຂວງຈໍາປາສັກ 1 (ຈາກການເກັບຕົວຢ່າງ 180 ຕົວຢ່າງ) ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຈາກປະເທດໄທຖືກຕ້ອງຕາມກົດໝາຍ.

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.968 ຄົນ ໃນນີ້ ປິ່ນປົວດີທັງໝົດ 1.720 ຄົນ ແລະ ອອກໂຮງໝໍໃໝ່ 6 ຄົນ ຍັງຕິດຕາມປິ່ນປົວ 239 ຄົນ ໃນນີ້ ຕິດຕາມອາການໄດ້ດົມອົກຊີ 2 ຄົນ (ຢູ່ນະຄອນຫຼວງວຽງຈັນ) ແລະ ເສຍຊີວິດສະສົມ 3 ຄົນ.
# ຂ່າວ & ພາບ: ຂັນທະວີ