ໂຄງການ Food For Fighters LAOS (FFF LAOS) (ອາຫານເພື່ອຄົນສູ້ຊີວິດ) ເປັນໂຄງການສະເພາະກິດ ທີ່ຈັດຕັ້ງກັນເອງຂອງສ່ວນບຸກຄົນ ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຮອບທີ 2 ໂດຍຜູ້ລິເລີ່ມແມ່ນທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ເປັນການທ້ອນໂຮມເງິນບໍລິຈາກນຳໝູ່ເພື່ອນສິດເກົ່າໂຮງຮຽນອຸດົມຟ້າງຸ່ມ ສິດເກົ່າມະຫາວິທະຍາໄລແພດສາດ ແລະ ພໍ່ແມ່ພີ່ນ້ອງພາຍໃນຄອບຄົວ.

ເປົ້າໝາຍເພື່ອຊຸກຍູ້ພາລະກິດຕ້ານໂຄວິດ-19 ໂດຍການບໍລິຈາກອາຫານໃຫ້ແພດໝໍ ໜ່ວຍກຼ້ໄພ ທະຫານເວນຍາມຕາມຊາຍແດນ ລວມຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ເຊັ່ນ: ສູນເສຍອາຊີບ ຂາດລາຍໄດ້ ຊ່ວຍເຫຼືອນັກຮຽນ-ນັກສຶກສາທີ່ຕົກຄ້າງຢູ່ຕາມຫໍພັກ ໃນວັນທີ 5 ມິຖຸນາ 2021 ທາງຄະນະໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ຈຳນວນ 26 ຊຸດ ໄປມອບໃຫ້ຄົນພິການ ອົງການຄົນພິການອາຊີເພື່ອການພັດທະນາ Asian Development with the Disabled Persons ADDP Laos Minnano Cafe km4 in ADDP.


ໂອກາດນີ້ ທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ໄດ້ກ່າວວ່າ: ພວກເຮົາຍັງຈະສືບຕໍ່ຊ່ວຍເຫຼືອນັກຮຽນນັກສຶກສາ ແລະ ມອບຖົງກູ້ຊີບສຳລັບຕູ້ປັນສຸກຕື່ມອີກ ແລະ ຂອບໃຈທຸກທ່ານທີ່ໃຫ້ການຊ່ວຍເຫຼືອສົມທົບທຶນ ເຊິ່ງທ່ານສາມາດເປັນສ່ວນໜຶ່ງໃນພາລະກິດນີ້ ແລະ ສາມາດຕິດຕາມພວກເຮົາໄດ້ຈາກເພຈ Facebook “Food For Fighters LAOS” ເຊິ່ງກິດຈະກຳດັ່ງກ່າວຍັງຈະໄດ້ສືບຕໍ່ ເພາະຍັງມີຫຼາຍຄົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

# ຂ່າວ-ພາບ : ບຸນມີ ສີວິໄລ