ສປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ 6 ກໍລະນີ

    ການຖະແຫຼງຂ່າວປະຈຳວັນທີ 6 ມິຖຸນາ 2021 ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ຂອງທ່ານນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ທົ່ວໂລກມີຜູ້ຕິດເຊື້ອໂຄ ວິດ-19 ທັງໝົດ 173.697.760 ຄົນ ເສຍຊີວິດ 3.735.458 ຄົນ ແລະ ປີ່ນປົວຫາຍດີ 156.805.984 ຄົນ ສຳລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ຍັງແມ່ນປະເທດສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ. 

     ທ່ານ ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ: ໃນວັນທີ 5 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິ ເຄາະທັງໝົດ 1.685 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 6 ກໍລະນີ ໃນນັ້ນ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ (ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ) ແຂວງສະ ຫວັນນະເຂດ 3 ກໍລະນີ ແລະ ແຂວງຈໍາປາສັກ 1 ກໍລະນີ (ກໍລະນີນໍາເຂົ້າແຮງງານລາວກັບຈາກປະເທດໄທ ທີ່ຖືກຕ້ອງຕາມກົດໝາຍ). 

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 1.963 ຄົນ (ໃໝ່ 6 ກໍລະນີ) ເສຍຊີວິດ 3 ກໍລະນີ (ໃໝ່ 0) ປີ່ນປົວຫາຍດີທັງໝົດ 1.714 ກໍລະນີ (ໃໝ່ 21) ແລະ ກໍາລັງປິ່ນ ປົວ 240 ກໍລະນີ ສຳລັບຈຳນວນບ້ານແດງໃນນະຄອນຫຼວງວຽງຈັນ ມີທັງໝົດ 19 ບ້ານ ໃນ 6 ເມືອງ.

    ທ່ານ ນາງ ລັດສະໝີ ວົງຄຳຊາວ ກ່າວອີກວ່າ: ເຖິງແມ່ນວ່າສະພາບການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ຈະມີທ່າອ່ຽງຫຼຸດລົງກໍຕາມ ແຕ່ກໍຍັງສືບຕໍ່ມີລາຍງານທຸກມື້ ດັ່ງນັ້ນ ພວກເຮົາບໍ່ຄວນປະໝາດ ຫຼື ປ່ອຍປະລະເລີຍ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າມີການລະບາດເປັນຈຸ້ມໃນຄອບຄົວ ໝູ່ຄູ່ ຄົນໃກ້ຊິດ ບັນດາຫ້ອງການ ແລະ ສຳນັກງານອົງການ. 

    ເພື່ອຈຳກັດການລະບາດໃຫ້ເປັນວົງແຄບ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 528/ຫສນຍ ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ຢ່າງເຂັ້ມງວດ ສິ່ງທີ່ສຳຄັນ ແລະ ຕ້ອງເອົາໃຈໃສ່ປະຕິບັດ ກໍຄືມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ຮັກສາໄລຍະຫ່າງທາງສັງຄົມ ຫຼີກລ່ຽງການເອົາມືສຳຜັດໃບໜ້າ ຕາ ດັງ ແລະ ປາກ ຮັກສາມາລະຍາດໃນການໄອ-ຈາມ ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ແອອັດ ແລະ ອື່ນໆ..

# ຂ່າວ-ພາບ : ຊິລິການດາ

error: Content is protected !!