ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ວັນສິ່ງແວດລ້ອມໂລກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

    ກະຊວງທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ຈັດພິທີປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ ວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຂຶ້ນວັນທີ 5 ມິຖຸນາ 2021 ຢູ່ກະຊວງດັ່ງກ່າວ ໂດຍມີທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງ ຊສ ພ້ອມດ້ວຍການນໍາກະຊວງ ບັນດາກົມ ພະແນກການ ແລະ ພະນັກງານຈໍານວນໜຶ່ງ ເຂົ້າຮ່ວມ.

    ທ່ານນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມ ກ່າວວ່າ: ມື້ນີ້ກະຊວງ ຊສ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ ວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນບ່ອນທີ່ເຮັດໃຫ້ພວກເຮົາຮົ່ມເຢັນ ເຮັດໃຫ້ອາກາດສົດຊື່ນ ເປັນແຫຼ່ງຊຶມຊັບຂອງທາດອາຍກາກໂບນິກ ແລະ ປະກອບສ່ວນສ້າງຕົວເມືອງໃຫ້ເປັນສີຂຽວ ບັນດາກິດຈະກໍາເພື່ອສະເຫຼີມສະຫຼອງໃນໂອກາດວັນດັ່ງກ່າວ ໄດ້ຈັດຂຶ້ນທຸກໆປີ ເຊິ່ງປີນີ້ກໍມີຫຼາຍກິດຈະກໍາ ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາຈຶ່ງໄດ້ດໍາເນີນບາງກິດຈະກໍາທີ່ບໍ່ເປັນການເຕົ້າໂຮມຄົນຈໍານວນຫຼາຍ ນອກນີ້ ຍັງໄດ້ຈັດກິດຈະກໍາການສຶກສາສ້າງຈິດສໍານຶກດ້ານສິ່ງແວດລ້ອມ ເປັນຕົ້ນ ກິດຈະກໍາຖາມ-ຕອບ ແຕ້ມຮູບ ແລະ ກິດຈະກໍາອື່ນໆ ຜ່ານສື່ອອນລາຍ.

    ການປູກຕົ້ນໄມ້ຄັ້ງນີ້ ກໍແມ່ນໜຶ່ງໃນບັນດາກິດຈະກໍາເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເຊິ່ງຕົ້ນໄມ້ທີ່ນໍາມາປູກປະກອບມີ ຕົ້ນດູ່ ຕົ້ນແຜ່ບາລະມີ ຕົ້ນຄູນອິນເດຍ ແລະ ໄມ້ອື່ນໆຈໍານວນໜຶ່ງ ເຊິ່ງປູກຢູ່ບໍລິເວນກະຊວງ ຊສ ເພື່ອສ້າງໃຫ້ກະຊວງພວກເຮົາໃຫ້ເປັນສີຂຽວ ຮົ່ມເຢັນ ເປັນແຫຼ່ງຟື້ນຟູລະບົບນິເວດ ໃຫ້ມີຄວາມອຸດົມສົມບູນ ທັງເປັນບ່ອນທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງນົກ ແລະ ສັດນາໆຊະນິດ ໂອກາດນີ້ ກໍຂໍຮຽກຮ້ອງໃຫ້ທຸກຊັ້ນຄົນຈົ່ງເປັນເຈົ້າການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມຊ່ວຍກັນ ເນື່ອງຈາກວຽກງານດັ່ງກ່າວບໍ່ແມ່ນຂອງບຸກຄົນໃດໜຶ່ງ ທຸກຄົນສາມາດປະກອບສ່ວນໄດ້ນັບແຕ່ນ້ອຍຈົນເຖິງຜູ້ອາຍຸສູງ ດ້ວຍການເລີ່ມປູກຕົ້ນໄມ້ຜູ້ລະ 1 ຕົ້ນ ຫຼືຫຼາຍກວ່ານັ້ນ ຢູ່ບໍລິເວນເຮືອນ ສວນ ແລະ ສະຖານທີ່ອື່ນໆ ພ້ອມນີ້ ກໍຂໍຮຽກຮ້ອງໃຫ້ຫຼຸດຜ່ອນການນໍາໃຊ້ສິ່ງເສດເຫຼືອຕ່າງໆ ໂດຍສະເພາະປລາສຕິກ ເຊິ່ງສາມາດເຮັດໄດ້ດ້ວຍຕົນເອງ ເພື່ອປະກອບສ່ວນໃຫ້ໂລກຂອງພວກເຮົາເປັນສີຂຽວ ປະກອບສ່ວນໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ໄປຕາມທິດສີຂຽວ ແລະ ຍືນຍົງ. 

# ຂ່າວ-ພາບ: ສະບາໄພ

error: Content is protected !!