ຮ່ວມກັນປູກຕົ້ນໄມ້ໃຫ້ເປັນສຳນັກງານທີ່ປົກຫຸ້ມດ້ວຍພື້ນທີ່ສີຂຽວ

    ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໃຫ້ເປັນຂະບວນຟົດຟື້ນ ໃນວັນທີ 5 ມິຖຸນາ 2021 ກະຊວງສາທາະນະສຸກ ຈັດກິດຈະກຳປູກຕົ້ນໄມ້ຢູ່ພື້ນທີ່ປຸກສ້າງໂຮງໝໍມະຫາວິທະຍາໄລ (ດ້ານຫຼັງຄະນະເຕັກນິກການແພດ ແລະ ຕຶກຄະນະພະຍາບານສາດ ວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ເຂດດົງໂພສີ) ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຮອງລັດຖະມົນຕີ ອະທິການບໍດີ ມວສ ພະນັກງານ ຄູ-ອາຈານເຂົ້າຮ່ວມ. 

    ທ່ານ ບຸນຖົມ ຊາມຸນຕີ ອະທິການບໍດີ ມວສ ກ່າວວ່າ:  ກະຊວງສາທາລະນະສຸຸກໄດ້ຖືສຳຄັນໃນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງໄດ້ຈັດຂຶ້ນໃນທຸກໆປີ ສຳລັບປີນີ້ປູກຈຳນວນ 280 ຕົ້ນ ໂດຍຈະປູກຕົ້ນໄມ້ອຸດສາຫະກຳເຊັ່ນ ໄມ້ແຄນເຮືອ ໄມ້ດູ່ ໄມ້ແຕ້ ໄມ້ຂະຍຸງ ແລະ ອື່ນໆ ໃນເນື້ອທີ່ 50 ເຮັກຕາ ທັງນີ້ກໍເພື່ອໃຫ້ເຂດດັ່ງກ່າວເປັນພື້ນທີ່ປົກຫຸ້ມດ້ວຍສີຂຽວ ຍືນຍົງ ແລະ ມີຄວາມອຸດົມສົມບູນຂອງປ່າໄມ້ ໃນເຂດດ່ງກ່າວແມ່ນຈະສ້າງເປັນໂຮງໝໍຂອງມະຫາວິທະຍາໄລ ຄະນະວິຊາຕ່າງໆ ສະໜາມກີລາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. 

    ເພື່ອເຮັດໃຫ້ຕົ້ນໄມ້ທີ່ປູກແລ້ວມີການເຕີບໃຫຍ່ຂະຫຍາຍຕົວ ເຊິ່ງການປູກແມ່ນຈະເນັ້ນໃສ່ຄຸນນະພາບເປັນຫຼັກ ຫຼັງຈາກປູກແລ້ວ ແມ່ນຈະໄດ້ມີການບົວລະບັດຮັກສາ ໂດຍມອບຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນເປັນຜູ້ເບິ່ງແຍງ ຕົ້ນໄມ້ທີ່ນຳມາປູກຄັ້ງນີ້ແມ່ນໄດ້ຮັບກນສະໜັບສະໜູນຈາກທຸລະກິດ ຫ້າງຮ້ານ ແລະ ພະນັກງານ ຄູ-ອາຈານທີ່ມີເງື່ອນໄຂ ໃນປີຜ່ານມາ ອັດຕາການລອດເຫຼືອຂອງຕົ້ນໄມ້ທີ່ປູກປະມານ 95% ຂອງຈຳນວນຕົ້ນໄມ້ທີ່ປູກ.

.

# ຂ່າວ-ພາບ : ອົ່ນ ໄຟສົມທອງ

error: Content is protected !!