ໂຄວິດ-19 ວັນນີ້ ຍັງພົບຜູ້ຕິດເຊື້ອອີກ 5 ກໍລະນີໃນລາວ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ວັນທີ 5 ພຶດສະພາ 2021 ວ່າ:

    ວັນທີ 4 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.532 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 5 ກໍລະນີ ໃນນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (1 ຄົນຈາກບ້ານທ່າຊ້າງ ເມືອງປາກງື່ມ ແລະ ອີກ 1 ຄົນ ຈາກບ້ານໂພນທັນ ເມືອງໄຊເສດຖາ) ນອກນັ້ນແມ່ນແຂວງສະຫວັນນະເຂດ 2 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ). 

    ການປີ່ນປົວຫາຍດີທັງໝົດ 1.693 ກໍລະນີ (ໃໝ່ 13) ແລະ ກໍາລັງປິ່ນປົວ 259 ກໍລະນີ. 

    ສໍາລັບເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນໄດ້ເດີນທາງໄປ ວັນທີ 31 ມິຖຸນາ ຕະຫຼາດສະພານທອງ ເມືອງສີສັດຕະນາກ ແລະ ກຸ່ມບ້ານສິນໄຊ ເວລາ 12: 00 ໂມງ ຮ້ານຕັດຜົມ ໃກ້ກັບຫ້ອງການບ້ານນາບົງ ເມືອງໄຊທານີ ບ້ານໂພນຂາມ ເມືອງປາກງື່ມ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!