ວັນທີ 02 ມິຖຸນາ 2021 ໄດ້ມີພີທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວ ລະຫວ່າງກະຊວງຖະແຫຼງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະ ແຫຼງຂ່າວແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີຢູ່ທີ່ກະຊວງການຕ່າງປະເທດ ຂອງ ສປປ ເກົາຫຼີ ໂດຍຕາງໜ້າກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຫ່ງ ສປປ ລາວ ແມ່ນທ່ານ ສີສະຫວາດ ຄໍາສາລີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ແລະ ຕາງໜ້າຄະນະກຳມະການ ຖະແຫຼງຂ່າວແຫ່ງ ສປປ ເກົາຫຼີ ແມ່ນທ່ານ ໂຈ ຢອງ ຊາມ ຮອງ ປະທານຄະນະກຳມະການຖະແຫຼງຂ່າວແຫ່ງ ສປປ ເກົາຫຼີຮ່ວມລົງນາມ.

ໃນໂອກາດນີ້ ທ່ານ ສີສະຫວາດ ຄໍາສາລີ ໄດ້ກ່າວສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານຖະແຫຼງຂ່າວ ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຄະນະກຳມະການຖະແຫຼງຂ່າວແຫ່ງ ສປປ ເກົາຫຼີ.

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຄະນະກຳມະການຖະແຫຼງຂ່າວແຫ່ງ ສປປ ເກົາຫຼີ ມີຜົນບັງຄັບໃຊ້ ເປັນເວລາ 5 ປີ ແລະ ສາມາດສືບຕໍ່ມີຜົນບັງຄັບໃຊ້ຢ່າງອັດຕະໂນມັດຕໍ່ໆໄປ ຖ້າບໍ່ມີຝ່າຍໃດໜຶ່ງສະເໜີຂໍລົບລ້າງ.
ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວສະບັບນີ້ ແລະ ຫວັງວ່າ ບົດບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຖານເພື່ອນມິດທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.
ໃນຕອນທ້າຍ ທ່ານ ສີສະ ຫວາດ ຄໍາສາລີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ໂຈ ຢອງ ຊາມ ຮອງປະທານຄະນະກຳມະການຖະແຫຼງຂ່າວ ຂອງ ສປປ ເກົາຫຼີ ທີ່ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການຖະແຫຼງຂ່າວຂອງສອງປະເທດ ແລະ ຄຳເວົ້າອັນດີງາມຂອງທ່ານ ໂຈ ຢອງ ຊາມ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ພ້ອມດຽວກັນນັ້ນ ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດລາວ-ເກົາຫຼີ ຈົ່ງສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ.