ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 4 ມິຖຸນາ 2021 ຢູ່ກະຊວງສາທາລະນະສຸກ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວວ່າ: ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 172.871.805 ຄົນ (ໃໜ່ 54.911 ຄົນ) ເສຍຊີວິດສະສົມ 3.716.070 ຄົນ (ໃໝ່ 9.983 ຄົນ) ແລະ ປີ່ນປົວຫາຍດີ 155.800.168 ຄົນ ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

ໃນວັນທີ 3 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.920 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ (ກໍລະນີຢັ້ງຢືນທີ 1.944-1.952) ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 1.952 ຄົນ (ໃໝ່ 9 ກໍລະນີ) ໃນນີ້ ນະຄອນຫຼວງວຽງຈັນມີ 7 ກໍລະນີ (ທັງ 7 ກໍລະນີ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າໃນຊຸມຊົນຜ່ານມາ) ແຂວງສະຫວັນນະເຂດ 1 ກໍລະນີ ແລະ ແຂວງ ຈໍາປາສັກ 1 ກໍລະນີ (ແມ່ນກໍລະນີນໍາເຂົ້າ) ສ່ວນຄົນເຈັບເສຍຊີວິດຍັງຄົງ 3 ກໍລະນີ (ໃໝ່ 0) ປີ່ນປົວຫາຍດີທັງໝົດ 1.680 ກໍລະນີ (ໃໝ່ 26) ແລະ ກໍາລັງປິ່ນປົວ 261 ກໍລະນີ ສຳລັບບ້ານແດງຢູ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 25 ບ້ານ ໃນ 7 ເມືອງ.

ມາຮອດປັດຈຸບັນ ເຫັນວ່າຕົວເລກການລາຍງານຈຳນວນຜູ້ຕິດເຊື້ອໃໝ່ຈາກບັນດາແຂວງ ລວມທັງນະຄອນຫຼວງ ແມ່ນມີທ່າອ່ຽງຫຼຸດລົງ ນັ້ນກໍແມ່ນຍ້ອນຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດຈາກລັດຖະບານ ກໍຄືຄະນະສະເພາະກິດໃນແຕ່ລະຂັ້ນ ເຊິ່ງໄດ້ມີການວາງມາດຕະການຄວບຄຸມສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ/ຮັດກຸມ ແລະ ສອດຄ່ອງກັບສະພາບການລະບາດຂອງພະຍາດໃນແຕ່ລະໄລຍະ/ໃນແຕ່ລະແຂວງ ອີກດ້ານໜຶ່ງ ກໍແມ່ນບັນດາພໍ່ແມ່ປະຊາຊົນ ການຈັດຕັ້ງທຸກຂັ້ນ ທຸກພາກສ່ວນ ລວມທັງພາກລັດ ພາກທຸລະກິດ ແລະ ສັງຄົມ ໄດ້ໃຫ້ການຮ່ວມມືໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຕາມໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ທ່າອ່ຽງຂອງການລະບາດພະຍາດຄ່ອຍໆຫຼຸດລົງ.
# ຂ່າວ & ພາບ: ຊິລິການດາ