ວັນທີ 4 ມິຖຸນາ 2021 ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດກິດຈະກໍາປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທີ່ພະແນກດັ່ງກ່າວ ໂດຍການນໍາພາຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ເປັນປະເພດໄມ້ປ່ອງ ຈໍານວນ 7 ຕົ້ນ ໃນນັ້ນ ໜໍ່ໄມ້ລ້ຽງນ້ອງ ແລະ ໜໍ່ໄມ້ໄຜ່ ທັງນີ້ ກໍເພື່ອສ້າງຄວາມສົມດູນທາງທໍາມະຊາດ ສ້າງສະພາບແວດລ້ອມທີ່ຊຸ່ມເຢັນ ແລະ ໄດ້ຊົມໃຊ້ໄມ້ ສໍາລັບການຈັດກິດຈະກໍາປູກຕົ້ນໄມ້ ຈະບໍ່ເນັ້ນໜັກພິທິທາງການແບບມີຄົນເຂົ້າຮ່ວມຫຼາຍ ເນື່ອງຈາກຍັງຢູ່ໃນໄລຍະຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19.

# ຂ່າວ & ພາບ: ວຽງມາ