ການປູກຕົ້ນໄມ້ປະດັບແຄມທາງ ແມ່ນເປັນວຽກໜຶ່ງທີ່ພວກເຮົາຕ້ອງເອົາໃຈໃສ່ ເພື່ອເຮັດໃຫ້ເສັ້ນທາງໄດ້ຖືກປະດັບດ້ວຍຕົ້ນໄມ້ທີ່ມີສີຂຽວຢ່າງຈົບງາມ ເຮັດໃຫ້ມີທີວທັດທີ່ດີໃຫ້ແກ່ແຂກຄົນທີ່ເດີນທາງຜ່ານ ຫຼືສ້າງຄວາມປະທັບໃຈໃຫ້ແກ່ຜູ້ກາຍມາພົບເຫັນ ແລະ ເປັນການຮັກສາສະພາບແວດລ້ອມໄປນໍາ ສະນັ້ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ໄດ້ສົມທົບກັບຄະນະກໍາມະການປູກໄມ້ປະດັບແຄມທາງຂອງເມືອງ ແລະ ອໍານາດການປົກຄອງບ້ານກ່ຽວຂ້ອງ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຂຶ້ນໃນວັນທີ 4 ມິຖຸນາ 2021 ທີ່ບ້ານປາກຕອນ ເມືອງສັງທອງ ນະຄອນຫຼວວຽງຈັນ ໂດຍມີ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນໄດ້ກໍານົດປູກແຕ່ບ້ານປາກຕອນ ຫາບ້ານໂຄກເພີງ ມີທັງໝົດ 200 ເບ້ຍ ມີ 3 ຊະນິດຄື: ໄມ້ຫໍາງົວ ໄມ້ຝາງແດງ ແລະ ໄມ້ກາກະເລົາ ປັດຈຸບັນ ມີເນື້ອທີ່ປູກໄມ້ທັງໝົດ 3.500 ກວ່າເຮັກຕາ ໃນນັ້ນ ມີພັນໄມ້ຫຼາຍຊະນິດຄື: ໄມ້ສັກ ໄມ້ເກດສະໜາ ໄມ້ຢາງພາລາ ໄມ້ແຕ້ຂ່າ ໄມ້ດູ່ ໄມ້ຂະຍຸງ ໄມ້ຄໍ້າພີ ໄມ້ວິກ ແລະ ໄມ້ປະດັບແຄມທາງຄື: ໄມ້ຄູນ ໄມ້ກາກະເລົາ ໄມ້ຝາງແດງ ມາຮອດປັດຈຸບັນ ປູກໄມ້ປະດັບແຄມທາງໄດ້ທັງໝົດ 2.360 ເບ້ຍ.

ນອກຈາກນີ້ ເມືອງສັງທອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ບໍລິສັດ ບຸກຄົນທັງພາກລັດ ແລະ ເອກະຊົນ ຜະລິດເບ້ຍໄມ້ ທົ່ວເມືອງສັງທອງມີສວນກ້າເບ້ຍໄມ້ທັງໝົດ 3 ແຫ່ງ ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 70.000 ເບ້ຍ ພິເສດ ເມືອງສັງທອງຍັງໄດ້ຮັບທຶນຊ່ວຍເຫຼືອສະໝັບສະໝູນຈາກໂຄງການ (ອາຟູໂກ້) ທຶນຂອງປະເທດ ສ ເກົາຫຼີ ເພື່ອນໍາໃຊ້ເຂົ້າໃນວຽກງານຟື້ນຟູປ່າໄມ້ ເຊິ່ງແມ່ນກົມປ່າໄມ້ເປັນຜູ້ປະສານງານເອົາໂຄງການດັ່ງກ່າວນີ້ມາຊ່ວຍເຫຼືອເມືອງສັງທອງ ໃນເວລາຈັດຕັ້ງປະຕິບັດ 10 ປີ ແຕ່ມາຮອດປັດຈຸບັນ ດໍາເນີນມາຮອດປີທີ 5 ແລ້ວ ມີເນື້ອທີ່ຂອງໂຄງການ 3.000 ເຮັກຕາ (ພູຂະຍະ) ເຊິ່ງຈະເປັນທ່າແຮງກ່ຽວກັບການຟື້ນຟູປ່າໄມ້ ໂດຍສະເພາະແມ່ນເຂດຈຸດສຸມສາມສ້າງ ສະເພາະປີ 2021 ນີ້ ທາງໂຄງການຈະມີແຜນປູກເສີມກ້ອງປ່າໃນເນື້ອທີ່ 130 ເຮັກຕາ.

# ຂ່າວ & ພາບ: ວຽງມາ