ຈາກການຖະແຫຼງຂ່າວປະຈຳວັນທີ 2 ມິຖຸນາ 2021 ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ຂອງທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 171.894.824 ຄົນ (ໃໜ່ 428.250 ຄົນ) ເສຍຊີວິດສະສົມ 3.575.074 ຄົນ (ໃໝ່ 9.931 ຄົນ) ແລະ ປີ່ນປົວຫາຍດີ 154.585.240 ຄົນ (ໃໝ່ 693.394 ຄົນ) ສຳລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ຍັງແມ່ນປະເທດສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສໍາລັບ ສປປ ລາວ ໃນວັນທີ 1 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.932 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 5 ກໍລະນີ (ກໍລະນີຢັ້ງຢືນທີ 1928-1934) ປັດຈຸບັນ ຢູ່ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 1.934 ຄົນ (ໃໝ່ 5 ກໍລະນີ) ໃນນີ້ ຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແຂວງຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຫຼືອນັ້ນ 4 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຄົນເຈັບເສຍຊີວິດ 3 ກໍລະນີ (ໃໝ່ 0) ປີ່ນປົວຫາຍດີທັງໝົດ 1.637 ກໍ ລະນີ (ໃໝ່ 38) ແລະ ກໍາລັງປິ່ນປົວ 289 ກໍລະນີ ສຳລັບຈຳນວນບ້ານແດງໃນນະຄອນຫຼວງວຽງຈັນ ມີທັງໝົດ 21 ບ້ານ ໃນ 7 ເມືອງ.


ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວອີກວ່າ: ເຖິງແມ່ນວ່າສະພາບການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ຈະມີທ່າອ່ຽງຫຼຸດລົງກໍຕາມ ແຕ່ກໍຍັງສືບຕໍ່ມີລາຍງານທຸກມື້ ດັ່ງນັ້ນ ພວກເຮົາບໍ່ຄວນປະໝາດ ຫຼື ປ່ອຍປະລະເລີຍໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າ ມີການລະບາດເປັນຈຸ້ມໃນຄອບຄົວ ໝູ່ຄູ່ ຄົນໃກ້ຊິດ ບັນດາຫ້ອງການ ແລະ ສຳນັກງານອົງການ. ເພື່ອຈຳກັດການລະບາດໃຫ້ເປັນວົງແຄບ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 528/ຫສນຍ ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ຢ່າງເຂັ້ມງວດ ສິ່ງທີ່ສຳຄັນ ແລະ ຕ້ອງເອົາໃຈໃສ່ປະຕິບັດ ກໍຄືມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ຮັກສາໄລຍະຫ່າງທາງສັງຄົມ ຫຼີກລ່ຽງການເອົາມືສຳຜັດໃບໜ້າ ຕາ ດັງ ແລະ ປາກ ຮັກສາມາລະຍາດໃນການໄອ-ຈາມ ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ແອອັດ ແລະ ອື່ນໆ.

# ຂ່າວ & ພາບ: ຊິລິການດາ