ໃນຂະນະທີ່ ສປປ ລາວ ຍັງສືບຕໍ່ຮອງຮັບເອົາຄື້ນລູກໃໝ່ຂອງພະຍາດໂຄວິດ-19 ແລະ ເລັ່ງໃຫ້ປະຊາຊົນໄດ້ຮັບການສັກຢາປ້ອງກັນ ພວກເຮົາເຫັນວ່າປະຊາຊົນຫັນມາໃຊ້ສື່ອອນລາຍຫຼາຍກ່ວາເກົ່າ ເພື່ອຕິດຕໍ່ພົວພັນ ແລະ ແລກປ່ຽນຂໍ້ມູນກັບຄອບຄົວ ໝູ່ເພື່ອນ ໃນເວລານີ້ ເຊິ່ງມັນເປັນສິ່ງສຳຄັນຍິ່ງກວ່າສິ່ງອື່ນໃດ ເພື່ອຮັກສາຕົວເອງໃຫ້ປອດໄພ ແລະ ຕິດຕາມຂ່າວສານຢູ່ຕະຫຼອດເວລາ.
Facebook ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນວ່າປະຊາຊົນໃນປະເທດລາວໄດ້ຮັບຂໍ້ມູນທີ່ໄດ້ຖືກແກ້ໄຂ ແລະ ຖືກຕ້ອງ ພວກເຮົາໄດ້ ເຊື່ອມຕໍ່ຫຼາຍກວ່າ 2.000 ລ້ານຄົນໃນທົ່ວໂລກ ໃຫ້ໄດ້ຮັບແຫຼ່ງຂໍ້ມູນຕ່າງໆຈາກຂະແໜງສາທາລະນະສຸກ ຜ່ານສູນຂໍ້ມູນຂ່າວສານໂຄວິດ-19 ພ້ອມທັງໂຄສະນາເຜີຍແຜ່ຜ່ານ Facebook ແລະ Instagram ໂດຍມີຫຼາຍກວ່າ 600 ລ້ານຄົນເຂົ້າມາເບິ່ງເພື່ອຮຽນຮູ້ ເພີ່ມເຕີມ ສະເພາະໃນປະເທດລາວ ພວກເຮົາຊ່ວຍເຊື່ອມຕໍ່ຜູ້ຄົນກັບສູນຂໍ້ມູນຂ່າວສານ ແລະ ການສຶກສາເພື່ອສຸຂະພາບ (CIEH) ຂອງກະຊວງສາທາລະນະສຸກ ເພື່ອໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບພະຍາດໂຄວິດ-19 ຜ່ານສູນຂໍ້ມູນໂຄວິດ-19 ຂອງພວກເຮົາ ນອກນີ້ ຍັງສະໜັບສະໜູນອົງການຈັດຕັ້ງສາທາລະນະສຸກ ດ້ານຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນລາວ.

ໃນທົ່ວໂລກ Facebook ໄດ້ໃຊ້ມາດຕະການຕໍ່ຕ້ານ ເພື່ອກຳຈັດຂໍ້ມູນຂ່າວສານບໍ່ຖືກຕ້ອງ ທີ່ເປັນອັນຕະລາຍກ່ຽວກັບພະຍາດໂຄວິດ-19 ແລະ ວັກຊີນ ໃນລະຫວ່າງການແຜ່ລະບາດ Facebook ໄດ້ເອົາຂໍ້ມູນບໍ່ຖືກຕ້ອງກ່ຽວກັບພະຍາດໂຄວິດ-19 ອອກຫຼາຍກວ່າ 12 ລ້ານຂໍ້ມູນ ພ້ອມທັງວັກຊີນທີ່ຖືກຮອງຮັບ ນອກນີ້ ພວກກຸ່ມຄົນບໍ່ດີຍັງໄດ້ໃສ່ປ້າຍເຕືອນບອກໃຫ້ຮູ້ວ່າ ນີ້ມັນບໍ່ຖືກຕ້ອງຫຼາຍກວ່າ 167 ລ້ານຂໍ້ຄວາມ ໂດຍຜູ້ກວດສອບຄວາມຖືກຕ້ອງປະມານ 95% ຂອງປະຊາຊົນ ເມື່ອເຫັນປ້າຍແຈ້ງເຕືອນ ຈະບໍ່ໄປເບິ່ງເນື້ອຫາຂອງຕົ້ນ ສະບັບ ປັດຈຸບັນ Facebook ກຳລັງດຳເນີນແຄັມເປນໃຫຍ່ທີ່ສຸດໃນທົ່ວໂລກ ໃນການສົ່ງເສີມຂໍ້ມູນຂ່າວສານຂອງວັກຊີນປ້ອງ ກັນໂຄວິດ-19 ທີ່ເຊື່ອຖືໄດ້ ໂດຍການຊ່ວຍໃຫ້ຜູ້ຄົນຊອກຫາບ່ອນທີ່ສາມາດໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ເອົາຂໍ້ມູນກ່ຽວກັບພະຍາດໂຄວິດ-19 ບໍ່ຖືກຕ້ອງອອກ ແລະ ຂໍ້ຮຽກຮ້ອງກ່ຽວກັບຢາວັກຊີນໃນແພລດຟອມຂອງພວກເຮົາ ເຊິ່ງຊ່ວຍໃຫ້ປະຊາຊົນກວດພົບ ແລະ ຫຼຸດຜ່ອນການເຜີຍແຜ່ຂໍ້ມູນຂ່າວສານດ້ານສຸຂະພາບບໍ່ຖືກຕ້ອງໃນຊຸມຊົນຂອງພວກເຂົາ.
6 ຄຳແນະນຳເພີ່ມເຕີມຈາກ Facebook ເພື່ອເຮັດໃຫ້ຊຸມຊົນທ້ອງຖິ່ນໃນລາວ ສືບຕໍ່ໃຫ້ຂໍ້ມູນ ແລະ ຕໍ່ສູ້ກັບຂໍ້ມູນຂ່າວສານບໍ່ຖືກ ຕ້ອງຂອງພະຍາດໂຄວິດ-19 ເພື່ອຮັກສາຄວາມປອດໄພເຊິ່ງກັນ ແລະ ກັນໃນເວລານີ້ ປະກອບມີ
1. ຮັບຮູ້ເນື້ອຫາທັງໝົດ ບໍ່ແມ່ນພຽງແຕ່ພາດຫົວຂ່າວ: ອ່ານເລື່ອງທັງໝົດ ແລະ ລະວັງຮູບພາບ ຕົວເລກ ວົງຢືມ ແລະ ວັນທີ ທີ່ບໍ່ມີແຫຼ່ງຂໍ້ມູນ ເປັນອັນເກົ່າ ຫຼືຂາດເນື້ອໃນ

2. ແຫຼ່ງທີ່ມາທີ່ສາມາດເຊື່ອຖືໄດ້ ເປັນຕົວເລືອກທີ່ປອດໄພທີ່ສຸດສຳລັບທ່ານ: ກວດເບິ່ງໜ້າເວັບໄຊ ໃນຄຳສັ່ງ “ກ່ຽວກັບ” ຂໍ້ມູນຂອງພວກເຂົາ ຫຼືເຮັດການຄົ້ນຫາໂດຍໄວເພື່ອຮຽນຮູ້ເພີ່ມເຕີມ ນອກນີ້ ຍັງສາມາດກວດເບິ່ງວ່າເຈົ້າໜ້າທີ່ສາທາລະນະສຸກຢືນຢັນ ຫຼື ມີຂໍ້ຂັດແຍ່ງກັບຂໍ້ມູນດັ່ງກ່າວ ຫຼື ບໍ່

3. ແຊຣ໌ຂໍ້ມູນທີ່ຖືກຕ້ອງ ບໍ່ແມ່ນຂ່າວລື: ຊອກຫາຂໍ້ມູນທີ່ຊີ້ໃຫ້ເຫັນຂໍ້ມູນທີ່ບໍ່ຖືກຕ້ອງ ເປັນຕົ້ນ URL ຖືກປອມແປງ ການສະກົດຄໍາ ບໍ່ຖືກ ຫຼືການຈັດວາງບໍ່ຖືກ

4. ເບິ່ງພາບລວມທັງໝົດຈາກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື: ຊອກຫາບົດລາຍງານອື່ນໆຈາກແຫຼ່ງທີ່ໜ້າເຊື່ອຖື ເພື່ອກວດສອບວ່າ ເລື່ອງດັ່ງກ່າວມີຂໍ້ມູນຖືກຕ້ອງຈາກຂະແໜງສາທາລະນະສຸກ

5. ຖ້າເນື້ອຫາບໍ່ຖືກຕ້ອງ ໄດ້ຮັບການແບ່ງປັນໂດຍໝູ່ເພື່ອນ ຫຼືສະມາຊິກໃນຄອບຄົວ ຄວນຢຸດ ແລະ ຄິດກ່ອນແບ່ງປັນ: ສົ່ງຂໍ້ຄວາມສ່ວນຕົວໃຫ້ພວກເຂົາ ເພື່ອແຈ້ງໃຫ້ພວກເຂົາຮູ້ ແຕ່ຖ້າຫາກມັນໄດ້ຮັບຄວາມນິຍົມ ແລະ ສະແດງຄຳເຫັນຫຼາຍແລ້ວ ຄວນສະແດງຂໍ້ມູນຄວາມຈິງຕໍ່ສາທາລະນະຢ່າງສຸພາບ

6. ຢຸດ ແລະ ຄິດ ກ່ອນແບ່ງປັນ: ບາງເລື່ອງອາດຈະມີຂໍ້ມູນທີ່ຖືກຕ້ອງບໍ່ພຽງພໍ ແຕ່ໃຊ້ພາສາທີ່ບົ່ງບອກເຖິງຄວາມຮູ້ສຶກທີ່ໜັກ ແໜ້ນ ເພື່ອເຮັດໃຫ້ໄດ້ຜົນຕອບ-ຮັບຫຼາຍ ສະນັ້ນ ໃຫ້ກວດເບິ່ງຄວາມຖືກຕ້ອງ ກ່ອນຈະແບ່ງປັນ ແລະ/ຫຼື ມີການອ້າງອີງຈາກແຫຼ່ງຂ່າວ ຂອງຂະແໜງສາທາລະນະສຸກທີ່ໜ້າເຊື່ອຖື ແລະ ມີອໍານາດ ເຊັ່ນ: ສູນຂ່າວສານການແພດສຸຂະສຶກສາ..

# ຂ່າວ & ພາບ: ສະບາໄພ