ໄຟຟ້າຫົງສາ ສະໜັບສະໜຸນເບ້ຍໄມ້ໃຫ້ເມືອງເງິນ ແລະ ເມືອງຫົງສາ

    ເພື່ອສ້າງປ່າຊຸມຊົນ ແລະ ຫຼຸດພາວະໂລກຮ້ອນ ໃນວັນທີ 1-2 ມິຖຸນາ 2021 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນເດັກນ້ອຍສາກົນ ວັນຕ້ານການໃຊ້ແຮງງານເດັກສາກົນ ແລະ ວັນສິ່ງແວດລ້ອມໂລກ ປະຈໍາປີ 2021 ຂຶ້ນທີ່ບ້ານຈັດສັນໃໝ່ ບ້ານກິ່ວງີ້ວ ເມືອງເງິນ ແລະ ທີ່ຫໍປະຊຸມບ້ານແທ່ນຄໍາເມືອງຫົງສາ ແຂວງໄຊຍະບູລີ ໂດຍມີທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງໆຫົງສາ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ທ່ານ ພີລະພົນ ນົນທະແກ້ວ ຜູ້ອໍານວຍການຝ່າຍຄວາມປອດໄພ ສຸຂະພາບອະນາໄມ ສິ່ງແວດລ້ອມ ແລະ ຄຸນນະພາບ ບໍລິສັດໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ຕະຫຼອດເຖິງພະນັກງານວິຊາການ ນັກຮຽນເຂົ້າຮ່ວມ.

    ກິດຈະກໍາວັນປູກຕົ້ນໄມ້ໃນປີ 2021 ນີ້ ເປັນປີທີ 14 ແລ້ວ ນັບເລີ່ມຈາກປີ 2008 ເປັນຕົ້ນມາ ທີ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຮ່ວມກັບເມືອງເງິນ ແລະ ເມືອງຫົງສາ ໃນການປູກຕົ້ນໄມ້ ລວມແລ້ວ 260 ເຮັກຕາ ສາມາດສ້າງປ່າຊຸມຊົນ ລວມໄປເຖິງການມີສ່ວນຮ່ວມໃນການຫຼຸດພາວະໂລກຮ້ອນທີ່ເປັນບັນຫາໃຫຍ່ຂອງໂລກໃນປັດຈຸບັນ.

    ສໍາລັບເມືອງເງິນ ໃນປີ 2021 ນີ້ ທາງບໍລິສັດໄດ້ໃຫ້ການສະໜັບສະໜຸນງົບປະມານໃນການຈັດງານເປັນເງິນ 4.025.000 ກີບ ເບ້ຍໄມ້ 13.500 ເບ້ຍ ແລະ ຜ້າອັດປາກ-ດັງສະກີນໂລໂກ Hongsa Power 150 ອັນ ມອບໃຫ້ເປັນຂອງທີ່ລະນຶກແດ່ຜູ້ເຂົ້າຮ່ວມພາຍໃນງານ.

    ສ່ວນເມືອງຫົງສາ ໃນປີ 2021 ນີ້ ທາງບໍລິສັດກໍໄດ້ໃຫ້ການສະໜັບສະໜຸນງົບປະມານໃນການຈັດງານເປັນເງິນ 4.025.000 ກີບ ເບ້ຍໄມ້ 10.500 ເບ້ຍ ແລະ ຜ້າອັດປາກ-ດັງສະກີນໂລໂກ Hongsa Power 150 ອັນ ມອບໃຫ້ເປັນຂອງທີ່ລະນຶກແດ່ຜູ້ເຂົ້າຮ່ວມພາຍໃນງານເຊັ່ນດຽວກັນ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!