ສືບຕໍ່ແຈກຢາຍເຂົ້າສານໃຫ້ປະຊາຊົນສອງບ້ານ

    ເພື່ອປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນໃນໄລຍະທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ວັນທີ 1 ມິຖຸນາ 2021 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ນໍາເອົາເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ໄປແຈກຢາຍໃຫ້ກັບປະຊາຊົນບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈໍານວນ 135 ຄົນ ທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ.

    ເຂົ້າສານ ແລະ ອາຫານແຫ້ງທີ່ນໍາມາແຈຄັ້ງນີ້ ແມ່ນໄດ້ຮັບການປະກອບສ່ວນຊ່ວຍເຫຼືອຈາກທ່ານ ສະຕານີໂກຣ໌+ນາງ ນິດສາຄອນ  ທ່ານ ໝໍ ວິລະສັກ+ນາງຕ້ອມ +ນາງ ແກ້ວ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ແລະ ທ່ານ ບຸນເກີດ +ນາງ ສີທອງ + ນາງ ປອງ ພ້ອມດ້ວຍລູກຫຼານ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!