ວັນທີ 1 ມິຖຸນາ 2021 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກີດຈະກຳປູກຕົ້ນໄມ້ຢູ່ຂອບເຂດບໍລິເວນສຳນັກງານຂອງຕົນ ເຂດດົງໝາກຄາຍ ເມືອງໄຊທານີ ເນື່ອງໃນໂອກາດວັນປູກຕົ້ນແຫ່ງຊາດ 1 ມິຖຸນາ 2021 ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ວໂລກ 5 ມິຖຸນາ 2021 ມີທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ບັນດາຄະນະພະແນກຫົວໜ້າຂະແໜງ ແລະ ພະນັກງານພາຍໃນພະແນກເຂົ່າຮ່ວມ.


ສຳລັບຕົ້ນໄມ້ທີ່ນຳມາປູກຄັ້ງນີ້ ມີໄມ້ປະດັບ ໄມ້ມີຄ່າ ໄມ້ມຸງຄຸນ ແລະ ໄມ້ກິນໝາກ ທັງນີ້ກໍເພື່ອປະຕິບັດ ສ ສີຂຽວ ແລະ ມີສິ່ງແວດລ້ອມທີ່ດີ ໂດຍສະເພາະ ເພີ່ມພື້ນທີ່ສີຂຽວ ບໍ່ໃຫ້ມີດິນເປົ່າຫວ່າງ ແລະ ເປັນບ່ອນຮົ່ມເຢັນ.

# ຂ່າວ & ພາບ: ສົມສະຫວັນ