ຕາມການລາຍງານຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 1 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ

ວັນທີ 31 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.216 ຕົວຢ່າງ ພົບຜູ້ຕິດເຊື້ອ 17 ກໍລະນີ (ກໍລະນີຢັ້ງຢືນທີ 1.913 – 1.929) ເຊິ່ງຄົນເຈັບຕິດເຊື້ອໃໝ່ຈາກ ນວ 12 ຄົນທີ່ມີການຕິດເຊື້ອໃນຊຸມຊົນ ສໍາລັບແຂວງຈໍາປາສັກ 2 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ ປັດຈຸບັນຍັງມີຜູ້ຕິດຕາມປິ່ນປົວທົ່ວປະເທດ 310 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ 1.599 ຄົນ (ໃໝ່ 56 ຄົນ) ແລະ ພວກກ່ຽວຂ້ອງຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂຈົນຄົບກຳນົດ ຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ.
ບັນດາສະຖານທີ່ສ່ຽງຂອງຜູ້ຕິດເຊື້ອໃໝ່ໃນຊຸມຊົນໃນ ນວ ມີ ກະຊວງຍຸຕິທຳ ກົມໂຄສະນາອົບຮົມເຜີຍແຜ່ກົດໝາຍ (ກໍລະນີຕິດເຊື້ອເຂົ້າຫ້ອງການວັນທີ 24, 25 ແລະ ວັນທີ 28 ພຶດສະພາ) ຫ້ອງການຈັດຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍລະນີຕິດເຊື້ອເຂົ້າຫ້ອງການວັນທີ 28 ພຶດສະພາ ຄະນະສຶກສາສາດ ພາກວິຊາພາສາຕ່າງປະເທດ ມຊ ກໍລະນີຕິດເຊື້ອເຂົ້າມາຫ້ອງການວັນທີ 28 ພຶດສະພາ ຄະນະວິທະຍາສາດທຳມະຊາດ ພາກວິຊາວິທະຍາສາດຄອມພິວເຕີ ມຊ ກໍລະນີຕິດເຊື້ອເຂົ້າຫ້ອງການວັນທີ 15, 21 ແລະ 23 ພຶດສະພາ ຕະຫຼາດວິທະຍາເຂດດົງໂດກ ບ້ານຕານມີໄຊ ຕະຫຼາດຕານມີໄຊ ຮ້ານ Pizza company ສາຂາດົງໂດກ (ກໍລະນີຕິດເຊື້ອໄປເຮັດວຽກທຸກມື້ ແລະ ມື້ສຸດທ້າຍທີ່ໄປເຮັດວຽກແມ່ນວັນທີ 30 ພຶດສະພາ 2021.
# ຂ່າວ & ພາບ: ອົ່ນ ໄຟສົມທອງ