ປະທານອົງການກາແດງລາວ ຕ້ອນຮັບຜູ້ຕາງໜ້າສະພາກາແດງສະວິດ

    ໃນວັນທີ 1 ມີຖຸນາ 2021 ທີ່ອົງການກາແດງລາວ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນສະພາກາແດງສະວິດ ນຳໂດຍທ່ານ ຊັງມາກ ໂຕເມ ຫົວໜ້າຫ້ອງການສະພາກາແດງສະວິດ ປະຈໍາລາວ ໂອກາດທີ່ທ່ານ ຮສ ດຣ ພູທອນ ເມືອງປາກ ມາຮັບໜ້າທີ່ປະທານອົງການກາແດງລາວ.

    ໂອກາດນີ້ ທ່ານ ຊັງມາກ ໂຕເມ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ໃນເຂດແຂວງຕ່າງໆ ເປັນຕົ້ນແມ່ນວຽກງານສຸຂະພາບຊຸມຊົນ ວຽກງານບັນເທົາທຸກ ແລະ ວຽກງານອື່ນໆທີ່ໄດ້ປະກອບສ່ວນໃນວຽກງານມະນຸດສະທໍາ ເລີ່ມແຕ່ປີ 1988 ຈົນເຖິງປັດຈຸບັນ.

    ໃນໂອກາດນີ້ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ກ່າວສະແດງການຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນງານຜ່ານມາ ພ້ອມແຈ້ງໃຫ້ຊາບໃນການມາຮັບໜ້າທີ່ໃໝ່ ເປັນປະທານອົງການກາແດງລາວ ແລະ ຈະສືບຕໍ່ສາຍພົວພັນລະຫວ່າງສອງປະເທດທີ່ມີມາແຕ່ຍາວນານ  ກໍຄືການພົວພັນລະຫວ່າງສອງກາແດງ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ໂດຍໄດ້ເນັ້ນໃຫ້ເຫັນເຖິງ 9 ໜ້າວຽກຫຼັກຂອງອົງການກາແດງລາວ ໃນນັ້ນ 5 ໜ້າວຽກ ແມ່ນກ່ຽວຂ້ອງກັບວຽກງານສາທາລະນະສຸກໂດຍກົງ ຈາກປະສົບການໃນການປະຕິບັດໜ້າທີ່ວິຊາສະເພາະຜ່ານ ມາ ຈະເປັນເງື່ອນໄຂໃນການສືບຕໍ່ປະຕິບັດໜ້າວຽກຂອງກາແດງ ເຊິ່ງຈະຕ້ອງສຸມໃສ່ໃນການສ້າງອົງການແດງລາວ ເປັນເຈົ້າການໃນການເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານມະນຸດສະທຳ ເພື່ອເປັນເຈົ້າການໃນການຊຸກຍູ້ ດຶງດູດພາກສ່ວນຂອງສັງຄົມ ໃນການປະຕິບັດໜ້າວຽກງານມະນຸດສະທຳ. 

    ພ້ອມນີ້ ທ່ານ ຊັງມາກ ໂຕເມ ໄດ້ກ່າວສະແດງຄວາມຂອບໃຈທີ່ໃຫ້ການຕ້ອນຮັບ ແລະ ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອອົງການກາແດງລາວ ໃນການຊ່ວຍປະຊາຊົນຜູ້ທຸກຍາກໃນໂຄງການສໍາຄັນ ເປັນຕົ້ນການຕອບໂຕ້ສະກັດກັ້ນການແຜ່ລະບາດໂຄວິດ-19 ໂຄງການພັດທະນາອົງກອນ ແລະ ໂຄງການຮັກສາສຸຂະພາບຂັ້ນຕົ້ນໃນລະດັບສູນ ກາງ ແລະ ທ້ອງຖິ່ນ ລວມທັງວຽກງານອື່ນໆທາງດ້ານມະນຸດສະທຳ.

                # ຂ່າວ & ພາບ:  ບຸນມີ

error: Content is protected !!