ເພື່ອປະຕິບັດຕາມແຜນພັດທະນາມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືປະຕິບັດຕາມຄໍາຂວັນ 5 ສ ໂດຍສະເພາະການປະຕິບັດ ສ ສີຂຽວ ຂອງ ມຊ ໃຫ້ປາກົດຜົນເປັນຈິງ ທັງເປັນການສ້າງຂະບວນການເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ດັ່ງຄໍາຂວັນທີີ່ວ່າ: ຮ່ວມແຮງຮ່ວມໃຈ ສ້າງວິທະຍາເຂດດົງໂດກໃຫ້ມີສີຂຽວ ສະອາດງາມຕາ.

ວັນທີ 1 ມິຖຸນາ 2021 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນໃນພື້ນທີ່ດິນເປົ່າຫວ່າງຂອງຄະນະສະຖາປັດຕະຍະກຳສາດ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍອະທິການບໍດີ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບມີຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) 90 ຕົ້ນ ແລະ ຕົ້ນໄມ້ກິນໝາກ ຈຳນວນໜຶ່ງ ເຊິ່ງການປູກຕົ້ນໄມ້ ແມ່ນການສ້າງສະພາບແວດລ້ອມທີ່ດີ ໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ວິທະຍາເຂດດົງໂດກກາຍເປັນພື້ນທີ່ປົກຫຸ້ມດ້ວຍຕົ້ນໄມ້ນາໆພັນ ແລະ ເປັນປ່າ ເປັນການປູກຈິດສຳນຶກໃຫ້ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາໃຫ້ມີຈິດສຳນຶກຕໍ່ສິ່ງແວດລ້ອມ ພ້ອມນີ້ ໃນຕໍ່ໜ້າ ມຊ ຍັງມີແຜນກະກຽມພື້ນທີ່ປູກໄມ້ຈຳນວນໜຶ່ງເພື່ອສ້າງເປັນສວນສາທາລະນະ ເພື່ອແນໃສ່ໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາໄດ້ນຳໃຊ້ພື້ນທີ່ດັ່ງກ່າວເຂົ້າໃນການຈັດສັນການປູກຕົ້ນໄມ້ ໂດຍຕິດພັນກັບການຮຽນ-ການສອນຕົວຈິງໃນແຕ່ລະປີ ເຊິ່ງການປູກຕົ້ນໄມ້ໃນປີນີ້ຂອງ ມຊ ແມ່ນບໍ່ສະເພາະແຕ່ປູກຢູ່ໃນວິທະຍາເຂດດົງໂດກໃນວັນທີ 1 ມິຖຸນາ ເທົ່ານັ້ນ ຍັງມີແຜນຈະປູກຢູ່ຫຼາຍວິທະຍາເຂດຂອງ ມຊ ໃນໄລຍະທີ່ມີຄວາມເໝາະສົມຕື່ມອີກ ເພາະເນື່ອງຈາກມີການແຜ່ລະບາດພະຍາດໂຄວິດ-19 ດັ່ງນັ້ນ ການປູກຕົ້ນໄມ້ທີ່ ມຊ ໃນປີນີ້ ຈຶ່ງໄດ້ເນັ້ນໃຫ້ມີຄວາມກະທັດຮັດ ແຕ່ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຢ່າງເລີກເຊິ່ງ ໄດ້ມີມາດຕະຖານຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ.


# ຂ່າວ & ພາບ: ລັດເວລາ