ພະແນກກະສິກຳ-ປ່າໄມ້ ນວ ປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

    ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2021 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ອ້ອມຂ້າງພະແນກຕົນຂຶ້ນວັນທີ 1 ມິຖຸນາ 2021 ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຂອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າຫ້ອງການ ແລະ ຂະແໜງການອອມຂ້າງພະແນກເຂົ້າຮ່ວມ. 

    ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກ່າວໃຫ້ຮູ້ວ່າ: ຕົ້ນໄມ້ທີ່ປູກຄັ້ງນີ້ ມີຈໍານວນເບ້ຍໄມ້ທັງໝົດ 48 ເບ້ຍ ປະກອບມີໄມ້ດູ່ 10 ຕົ້ນ ບາລະມີ 3 ຕົ້ນ ຈໍາປາ 20 ຕົ້ນ ແລະ ສະຝາງ 15 ຕົ້ນ. 

    ໃນປີ 2020 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ປູກໄມ້ຟື້ນຟູປ່າໄມ້ທຳມະຊາດ ປົກປັກຮັກສາສິ່ງແວດລ້ອມ 342 ເຮັກຕາ ມີເບ້ຍໄມ້ທີ່ນໍາມາປູກຈໍານວນ 363.246 ເບ້ຍ ເປັນປະເພດພັນໄມ້ພື້ນເມືອງເຊັ່ນ: ໄມ້ຂະຍຸງ ໄມ້ແຕ້ຂ່າ ໄມ້ປະດັບ ແລະ ໄມ້ໃຫ້ໝາກ ໄດ້ປູກຕົ້ນໄມ້ສ້າງນະຄອນສີຂຽງຂອງພາກລັດ ເອກະຊົນ ແລະ ບຸກຄົນ ໂດຍສະເພາະ ຕາມເສັ້ນທາງສາຍຫຼັກ ສວນສາທາລະນະ ແລະ ສໍານັກງານຫ້ອງການ.

                # ຂ່າວ & ພາບ:  ຂັນທະວີ

error: Content is protected !!