ວັນທີ 1 ມິຖຸນານີ້ ແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເຊຶ່ງເປັນເປັນວັນທີ່ມີຄວາມໝາຍຄວາມສຳຄັນຫຼາຍ ຕາມປົກກະຕິແຕ່ລະປີ ພັກ-ລັດ ໄດ້ຖືໂອກາດດັ່ງກ່າວຈັດຕັ້ງສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ດ້ວຍຮູບການຕ່າງໆ ໂດຍມີຈຸດປະສົງເພື່ອປູກຈິດສຳນຶກທົ່ວປວງຊົນໃຫ້ລະນຶກເຖິງຄວາມສຳຄັນຂອງເດັກນ້ອຍລາວບັນດາເຜົ່າຮ່ວມກັບເດັກທົ່ວໂລກ.

ເມື່ອມີການລະບາດຂອງພະຍາດໂຄວິດ-19 ແຕ່ທ້າຍປີ 2019 ມາຮອດປັດຈຸບັນ ເກືອບທຸກປະເທດໃນໂລກ ປະເຊີນກັບໄພຄຸກຄາມຈາກການລະບາດຂອງພະຍາດດັ່ງກ່າວ ເຊິ່ງເຮັດໃຫ້ການສະຫຼອງວັນດັ່ງກ່າວແມ່ນບໍ່ມີເງື່ອນໄຂອຳນວຍຄວາມສະດວກ ເພາະມີມາດຕະການປ້ອງກັນ ຕິດຕາມການກວດເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວຢ່າງເອົາຈິງເອົາຈັງ.

ດັ່ງທີ່ຮູ້ແລ້ວວ່າ: ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້ ເດັກນ້ອຍຂອງຊາດໃດ ເຂົາເຈົ້າກໍເປັນຜູ້ສືບທອດພາລະກິດຂອງຊາດນັ້ນ ຍັງເປັນຜູ້ສືບສານຮີດຄອງ ວັດທະນະທຳ ເຕັກນິກວິທະຍາສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ແລະ ຂະຫຍາຍຕົວ ກໍເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງຂຶ້ນ ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ ກໍຄືຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດທີ່ດີໃນວັນໜ້າ ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຄົນຕັດສິນໃຈຊະຕາກໍາຕໍ່ປະເທດຊາດ ກໍຄືຄວາມຢູ່ດີກິນດີ ແລະ ຮັ່ງມີຜາສຸກຂອງປະຊາຊົນ ກໍຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ.


ສະນັ້ນ ທຸກພາກສ່ວນໃນສັງຄົມ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ຄອບຄົວຂອງເດັກ ພ້ອມກັນເອົາໃຈໃສ່ສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ ແລະ ພໍ່ແມ່ຜູ້ປົກຄອງຈົ່ງເອົາໃຈໃສ່ເບິ່ງແຍງລ້ຽງດູເດັກໃຫ້ເຕີບໃຫຍ່ ເອົາໃຈໃສ່ຮັກສາຄວາມປອດໄພຂອງເດັກ ຊຸກຍູ້ ແລະ ສົ່ງເສີມການພັດທະນາເດັກຢ່າງຮອບດ້ານ ປົກປ້ອງເດັກຈາກໄພອັນຕະລາຍຕ່າງໆ ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາ ໄດ້ເຂົ້າຮຽນໃຫ້ເປັນຄົນດີຂອງຄອບຄົວ ສັງຄົມ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດ.

ໃນໂອກາດວັນທີ 1 ມິຖຸນາ ວັນເດັກນ້ອຍສາກົນ ແລະ ວັນປູກຕົນໄມ້ແຫ່ງຊາດນີ້ ໃນນາມຜູ້ສື່ຂ່າວ ຂໍອວຍພອນໄຊໃຫ້ເດັກນ້ອຍລາວທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບທີ່ແຂງແຮງ ເປັນເດັກຄຳຮູ້ຂອງພໍ່ແມ່ ເປັນນັກຮຽນດີຂອງຄູ-ອາຈານ ເປັນລູກຫຼານທີ່ດີຂອງຊາດ ພ້ອມນີ້ ຈົ່ງເອົາໃຈໃສ່ສຶກສາຮ່ຳຮຽນໃຫ້ມີວິຊາຄວາມຮູ້ ມີສະຕິປັນຍາ ມີຄຸນສົມບັດ ກາຍປັນພົນລະເມືອງໜຸ່ມແໜ້ນມີຄຸນນະພາບຂອງສັງຄົມ ສືບທອດພາລະກິດ ມູນເຊື້ອອັນສະຫງ່າອົງອາດຂອງການນຳພັກ-ລັດ ເພື່ອສຳເລັດໜ້າທີ່ອຸດົມການຂອງພັກເຮົາ.
# ຂ່າວ & ພາບ : ບຸນມີ ສີວິໄລ