ວັນທີ 31 ພຶດສະພາ 2021 ຄະນະສະເພາະກິດໂຄວິດຂັ້ນນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຜູ້ໃຈບຸນ ປະກອບມີພະແນກການເງິນ ນວ ຄະນະອີ່ມບຸນເມດຕາທຳ ແລະ ສະມາຄົມໂຮງແຮມ ນຳໂດຍທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ຫົວໜ້າກອງເລຂາງົບປະມານຄະນະສະເພາະກິດໂຄວິດຂັ້ນ ນວ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປແຈກຢາຍໃຫ້ປະຊາຊົນຫຼາຍຄອບຄົວ ຫຼາຍບ້ານເມືອງຈັນທະບູລີ ນວ ທີ່ມີຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ ມີທ່ານເຈົ້າເມືອງ ຮອງເຈົ້າເມືອງຈັນທະບູລີ ທ່ານຫົວໜ້າ ຮອງຫົວໜ້າພະແນກການກ່ຽວຂ້ອງ ສະມາຊິກສະພາປະຊາຊົນ ນວ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.
ສຳລັບເຄື່ອງທີ່ນຳໄປແຈກຢາຍໃຫ້ປະຊາຊົນຄັ້ງ ມີບ້ານຮ່ອງໄກ່ແກ້ວ ທົ່ງສ້າງນາງ ໂພນຕ້ອງຈອມມະນີ ໜອງປິງ ຫ້ວຍຫົງ ແລະ ບ້ານທົ່ງຕຸມ ລວມທົງໝົດ 300 ກວ່າຄອບຄົວ.
# ຂ່າວ & ພາບ : ສົມສະຫວັນ